ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ຄະນະ​ນາຍ​ທະຫານ​ໜຸ່ມ​ສອງ​ແຂວງ ເຂົ້າ​ວາງ​ພວງມາລາ ຢູ່​ຫໍ​ມູນເຊື້ອ ແລະ ຢ້ຽມ​ຊົມ​ສະຖານທີ່ສຳຄັນ​ທາງ​ປະຫວັດສາດ ຂອງ​ແຂວງ​ຢາ​ລາຍ
ເວລາອອກຂ່າວ: 2026-06-10 09:32:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 269 | ຄວາມນິຍົມ:



ໃນ​ໂອກາດ​ທີ່​ຄະນະ​ນາຍ​ທະຫານ​ໜຸ່ມ​​ເເຂວງ ອັດ​ຕະ​ປື ແລະ ແຂວງ​ຈຳປາ​ສັກ ໄດ້​ເດີນ ທາງ​ມາ​ທັດສະນະ​ສຶກ​ສາ ແລະ ແລກປ່ຽນ​ບົດຮຽນ​ຮ່ວມ​ກັນ ຢູ່​ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ ຢາ​ລາຍ ​ສສ ຫວຽດນາມ, ໃນ​ວັນ​ທີ 5 ມິຖຸນາ 2026 ນີ້, ຄະນະ​ນາຍ​ທະຫານ​ໜຸ່ມ​ທັງ 2 ແຂວງ, ແຂວງ​ອັດ​ຕະ​ປື ນຳ​ໂດຍ ສະຫາຍ ພັນ​ໂທ ຄາລົມ ຈັນທະ​ວົງສາ ຮອງຫົວໜ້າ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງ​ເຕັກນິກ ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ຈຳປາ​ສັກ ຫົວໜ້າ​ຄະນະ​ນາຍ​ທະຫານ​ໝຸ່ມ ແລະ ແຂວງ​ຈຳປາ​ສັກ ນຳ​ໂດຍ ​ພັນ​ໂທ ໜອມ​ໃຈ ພິລາ​ວົງ, ຮອງ​ຫົວໜ້າ​ຫ້ອງ​ເຕັກນິກ, ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ອັດ​ຕະ​ປື, ຫົວໜ້າ​ຄະນະ​ນາຍ​ທະຫານ​ໜຸ່ມ ກອງທັບ​ປະຊາຊົນ​ລາວ, ພ້ອມ​ດ້ວຍ​ຄະນະ, ໄດ້​ເຂົ້າ​ວາງ​ພວງມາລາ ຢູ່​ຫໍ​ມູນເຊື້ອ ຂອງ​ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ ຢາ​ລາຍ ແລະ ຢ້ຽມ​ຊົມ​ສະຖານທີ່​ສຳຄັນ​ຕ່າງໆ​ທາງ​ປະຫວັດສາດ ຂອງ​​ເເຂວງ​ຢາ​ລາຍ. ເຊິ່ງ​ການ​ເຂົ້າ​ວາງ​ພວງມາລາ​ໃນ​ຄັ້ງ​ນີ້, ເປັນ​ການສະແດງ​ເຖິງ​ຄວາມ​ເຄົາລົບ​ຮັກ, ຄວາມ​ກະ​ຕັນ ຍູ​ຮູ້​ບຸນຄຸນ​ເຖິງ​ຄຸນງາມຄວາມດີ, ນ້ຳໃຈ​ເສຍສະຫຼະ​ອັນ​ສູງ​ສົ່ງ, ຈາລຶກ​ຊື່​ສຽງ, ແບບຢ່າງ​ອັນ​ປະເສີດ​ເລີດ​ລ້ຳ ຂອງ​ປະທານ ໂຮ່​ຈີ​ມິນ ທີ່​ໄດ້​ປະກອບສ່ວນ​ຜົນງານ​ອັນ​ໃຫຍ່​ຫຼວງ​ນຳພາ​ກອງທັບ ແລະ ປະຊາຊົນ​ຫວຽດນາມ ອ້າຍ​ນ້ອງ ຕໍ່ສູ້​ຕ້ານ​ກັບ​ສັດຕູ​ຜູ້​ຮຸກ​ຮານ ດ້ວຍ​ຄວາມ​ພິລະ​ອາດ​ຫານ ບໍ່​ຍອມ​ຈຳນົນ ພາຍ​ໃຕ້​ການນຳພາ​ອັນ​ສະຫຼາດ​ສ່ອງ​ໃສ ຂອງ​ພັກ​ກອມ​ມູ​ນິດ​ຫວຽດນາມ ຈົນ​ສາມາດ​ຍາດ​ໄດ້​ໄຊຊະນະ ແລະ ປົດ​ປ່ອຍ​ທ້ອນໂຮມ​ປະເທດ​ຊາດ ຫວຽດນາມ ເປັນ​ໜຶ່ງ​ດຽວ ແລະ ສືບຕໍ່​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ​ຫວຽດນາມ ໃຫ້​ຈະເລີນ​ຮຸ່ງເຮືອງ. ພາຍຫຼັງ​ທີ່​ວາງ​ພວງມາລາ ສຳເລັດ ທັງ 2 ຄະນະ ຍັງ​ໄດ້​ທ່ຽວ​ຢ້ຽມ​ຊົມ ສະຖານທີ່​ສຳຄັນ​ຕ່າງໆ ຂອງ​ກອງທັບ ແລະ ຂອງ​​ເເຂວງ​ຢາ​ລາຍ ໃນ​ນັ້ນ ຢ້ຽມ​ຊົມ​ຫໍ​ມູນເຊື້ອ ຂອງ​ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ຢາ​ລາຍ, ຢ້ຽມ​ຊົມ​ສູນ​ວິໄຈ​ວິ​ທະ​ຍາດ​ສາດ ແລະ ສະຖານທີ່​ສຳຄັນ​ອື່ນໆ​ຕື່ມ​ອີກ. ໂດຍ: ສຸກສະໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ