ຮັບຮອງເອົາ 11 ບ້ານທີ່ຂຶ້ນກັບເມືອງໄຊທານີ ເປັນບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2026-06-10 09:30:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 272 | ຄວາມນິຍົມ: ![]()
ພິທີປະກາດຮັບຮອງເອົາບ້ານໂນນແຕ້, ບ້ານນາສາລາ, ບ້ານໜອງສອງຫ້ອງ, ບ້ານໂພນຕ້ອງ, ບ້ານໂພນງາມ 1, ບ້ານໂພນງາມ 2, ບ້ານດວງບຸດດີ, ບ້ານນາແຖ, ບ້ານທ່າດິນແດງເໜືອ, ບ້ານທ່າດິນແດງໃຕ້ ແລະ ບ້ານທ່າດອກຄຳ ເປັນບ້ານປ້ອງກັນຊາດເຂັ້ມແຂງ, ເຊິ່ງເປັນບ້ານທີ 21 ຂອງເມືອງໄຊທານີ ແລະ ເປັນບ້ານທີ 131 ຂອງນະຄອນຫຼວງວຽງຈັນ, ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2026 ນີ້, ໂດຍການເປັນປະທານຂອງ ທ່ານ ວຽງຄຳ ສີຫາໂຄດ ກຳມະການພັກນະຄອນຫຼວງວຽງຈັນ ເລຂາຄະນະບໍລິຫານງານພັກເມືອງໄຊທານີ, ມີສະຫາຍ ພັນໂທ ສຸລິເດດດວງມະນີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະ
ຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ອົງການ 05 ຫ້ອງ ກອງບັນຊາການທະ ຫານນະຄອນຫຼວງວຽງຈັນ, ກອງບັນຊາການທະຫານເມືອງ-ປກສ ເມືອງ ແລະ ບັນດາອົງການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ຈິນດາ ສີໂນນາລາດ ນາຍບ້ານນາສາລາ ໄດ້ຕາງໜ້າໃຫ້ 11 ບ້ານ ຂຶ້ນສະຫຼຸບປະເມີນຜົນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ເຊິ່ງໄດ້ຍົກໃຫ້ເຫັນຈຸດພິເສດ ແລະ ຜົນງານທີ່ພົ້ນເດັ່ນຂອງແຕ່ລະບ້ານ ທີ່ຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນອົງການປົກຄອງບ້ານໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນສຳຄັນ ໂດຍສົມທົບກັບພະນັກງານ-ວິຊາການ ນຳເອົາມະຕິຄຳສັ່ງຕ່າງໆຂອງພັກ-ລັດ ຈັດຕັ້ງເຜີຍແຜ່ ໃຫ້ປະຊາຊົນ ເຫັນໄດ້ວ່າປະຊາຊົນແຕ່ລະບ້ານມີຄວາມເຂົ້າໃຈ ແຈ້ງຕໍ່ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ຢ່າງເລິກເຊິ່ງ, ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມັກຄີພາຍໃນບ້ານ ຕ້ານໄດ້ການແບ່ງແຍກຊົນຊາດ, ຊົນເຜົ່າ ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ພ້ອມນັ້ນຍັງເອົາໃຈໃສ່ສ້າງເສດຖະກິດເແກ້ໄຂຊີວິດການເປັນຢູ່ຂອງຄອບຄົວຕາມທ່າແຮງຂອງຕົນດ້ວຍການປູກ-ການລ້ຽງ, ການຄ້າ-ຂາຍ ແລະ ການບໍລິການອື່ນໆ ເຮັດໃຫ້ແຕ່ລະຄອບຄົວສາມາດຫຼຸດ ພົ້ນອອກຈາກຄວາມທຸກຍາກໄດ້, ຜ່ານການຈັດຕັ້ງປະເມີນຜົນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ເຫັນວ່າສາມາດຢັ້ງຢືນຮັບຮອງເອົາ ຈຳນວນ 3243 ຄອບຄົວ ພາຍໃນ 11 ບ້ານ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ຕາມ 06 ມາດຖານ ທີ່ກະຊວງປ້ອງກັນປະເທດວາງອອກ ຈາກນັ້ນຄະນະປະທານກໍໄດ້ມອບໃບຢັ້ງຢືນໃຫ້ບ້ານ ແລະ ຄອບຄົວ ທີ່ໄດ້ຖືກຮັບຮອງເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຢ່າງເປັນທາງການ ພ້ອມທັງເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເຮັດໃຫ້ພິທີມີ ສິລິມຸງຄຸນ ເພື່ອຮັບຮອງເອົາ 11 ບ້ານ ດັ່ງກ່າວເປັນບ້ານ ປ້ອງກັນຊາດເຂັ້ມແຂງ ຢ່າງເປັນທາງການອີກດ້ວຍ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















