ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ເປີດ​ຊຸດ​ອົບຮົມ​ໄລຍະ​ສັ້ນ ວຽກ​ງານ​ຂ່າວ-ສານ​ສື່​ມວນ​ຊົນ
ເວລາອອກຂ່າວ: 2026-06-10 09:29:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 286 | ຄວາມນິຍົມ:



ວັນ​ທີ 8 ມີ​ຖຸ​ນາ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​ເປີດ​ຊຸດ​ອົບຮົມ​ໄລຍະ​ສັ້ນ​ກ່ຽວ​ກັບ​ວຽກ​ງານ​ຂ່າວ-ສານ​ສື່​ມວນ​ຊົນ​ທົ່ວ​ກອງ​ບັນຊາ​ການ​ຄັ້ງ​ທີII, ໂດຍ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພັນ​ເອກ ສິດ​ປະເສີດ ນວນ​ມະນີ​ວົງ ຮອງ​ເລຂາ​ຄະນະ​ພັກ ຜູ້​ບັນຊາ​ການ ທະຫານ​ແຂວງ​ຈຳປາ​ສັກ, ມີ​ຄະນະ​ພັກ-ຄະນະ​ບັນຊາ 6 ຫ້ອງ​ກອງ​ບັນຊາ​ການ, ກົມ​ກອງ​ອ້ອມ​ຂ້າງ, ມີ​ແຂກ​ທີ່​ຖືກ​ເຊີນ, ຄູ-ຈານ ​ທີ່​ມາ​ຈາກ​ກົມ​ໂຄສະນາ​ອົບຮົມກົມ​ໃຫຍ່​ການເມືອງ​ກອງທັບ, ບັນດາ​ນັກ​ເຝິກອົບຮົມ​ທີ່​ມາ​ຈາກ 9 ຕົວ​ເມືອງ 1 ນະຄອນ, ກອງ ພັນ, ກອງຮ້ອຍ​ເອກະລາດ, ກອງຮ້ອຍ​ທະຫານ​ຊາຍ​ແດນ​ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈັນທະ​ລາ ແກ້ວ​ສີ​ຫາ​ວົງ ຫົວໜ້າ​ພະ​ແນກ​ໂຄສະນາ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​ກ່າວ​ວ່າ: ຈຸດປະສົງ​ຂອງ​ການ​ເປີດ​ຊຸດ​ອົບຮົມ​ຄັ້ງ​ນີ້ ກໍເພື່ອ​ເປັນ​ການ​ຍົກ​ສູງ​ທາງ​ດ້ານ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ໃຫ້​ແກ່​ພະນັກງານ-ນັກຮົບ ແລະ ບັນດາ​ກົມ​ກອງ ກຳ​ແໜ້ນ​ຕໍ່​ແນວທາງ​ການ​ປ່ຽນແປງ​ໃໝ່​ຢ່າງຮອບດ້ານ​ຂອງ​ພັກ, ກຳ​ແໜ້ນ​ດ້ານ​ທິດ​ສະ​ດີ ແລະ ຫຼັກການ​ຂອງ​ວຽກ​ງານ​ຂ່າວ-ສານ​ສື່​ມວນ​ຊົນ, ນອກ​ນັ້ນ​ກໍ່​ຍັງ​ເປັນ​ການ​ຊຸກຍູ້​ສົ່ງເສີມ​ຕາ​ໜ່າງ​ຂ່າວ​ລົງ​ສູ່​ຮາກ​ຖານໃນການໂຄສະນາ​ເຜີຍແຜ່​​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ, ຜົນງານ​ຕ່າງໆ ຂອງ​ກົມ​ກອງ​ອອກ​ສູ່​ສັງ ຄົມ​ເປັນ​ວົງ​ກວ້າງ ໃຫ້​ຮັບ​ຮູ້ ແລະ ສາ ມາດ​ເຂົ້າ​ເຖິງ​ຂໍ້​ມູນ​ທີ່​ຕັ້ງ​ເປົ້າ​ໝາຍ. ສຳລັບ​ເນື້ອ​ໃນ​ເອກະສານ​ອົບຮົມ​ມີ​ທັງ​ໝົດ 2 ພາກ​ຄື: ພາກ​ທິດ​ສະ​ດີ ແລະ ພາກ​ປະຕິບັດ​ຕົວ​ຈິງ​ກຳນົດ​ເວລາ 5 ວັນ​ຈຶ່ງ​ຈະ​ສຳເລັດ. ໂອກາດ​ນີ້, ສະຫາຍ ພັນ​ເອກ ສິດ​ປະເສີດ ນວນ​ມະນີ​ວົງ ໄດ້​ເນັ້ນ​ໜັກ​ໃຫ້​ນັກ​ເຝິກອົບຮົມ​ທຸກ​ສະຫາຍ ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່​ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ໃຫ້​ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ດຸໝັ່ນ​ຊອກ​ຮູ້​ຄົ້ນຄວ້າ​ຮໍ່າຮຽນ​ນຳ​ຄູ-ອາຈານ, ຕິດຕາມ​ເນື້ອ​ໃນ​ເອກ​ກະ​ສານ ແລະ ຮຽນ​ຮູ້​ດ້ວຍ​ຕົນ​ເອງ, ຍົກ​ສູງ​ສະຕິ​ຕື່ນ​ຕົວ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ແໜ້ນໜາ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ປະຕິບັດ​ລະບຽບ​ວິໄນ​ຂອງ​ຄະນະ​ຮັບຜິດຊອບ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ ເພື່ອ​ເຮັດ​ໃຫ້ການ​ເປີດ​ບັ້ນ​ອົບຮົມ​ຄັ້ງ​ນີ້ ມີ​ຜົນສຳເລັດ​ຕາມ​ລະດັບ​ຄາດໝາຍ​ທີ່​ກຳນົດ​ໄວ້. ຂ່າວ-ພາບ: ນ. ສີ​ລິ​ຄານ ສີດາ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ