ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ມອບ​ເຄື່ອງ​ຊຸກຍູ້​ພະນັກງານ-ນັກຮົບ ທີ່​ເຂົ້າຮ່ວມການ​ຊ້ອມ​ຮົບ (ໃຕ້​ຝຸ່ນ 2026)
ເວລາອອກຂ່າວ: 2026-06-10 09:24:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 270 | ຄວາມນິຍົມ:



ໃນ​ວັນ​ທີ 4 ມິຖຸນາ 2026 ນີ້, ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 703 ນຳ​ໂດຍ​ສະຫາຍ ພັນ​ໂທ ແສງ​ປະເສີດ ຄຳ​ພູນ​ວົງ ຫົວໜ້າ​ພະ​ແນກ​ການເມືອງ ​ກອງ ພັນ​ໃຫຍ່ 703 ໄດ້​ນຳ​ເອົາ​ເຄື່ອງ​ດື່ມ 35 ແພັກ ແລະ ເຄື່ອງ​ອຸປະ ໂພກ ຈຳນວນ​ໜຶ່ງ​ລວມ​ມູນ​ຄ່າ 3.000.000 ກີບ ໄປ​ມອບ​ໃຫ້​ພະ ນັກງານ-ນັກຮົບ ທີ່​ພວມ​ປະຕິບັດ​ໜ້າທີ່​ເຂົ້າຮ່ວມບັ້ນ​ຊ້ອມ​ຮົບ ( ໃຕ້​ຝຸ່ນ 2026 ). ເພື່ອ​ເປັນ​ການ ​ປະກອບສ່ວນ​ຊຸກຍູ້​ໃຫ້​ເຂົາເຈົ້າ​ມີ​ກຳລັງ​ແຮງ​ໃຈ​ເຮັດ​ສຳເລັດ​ໜ້າທີ່​ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ ກໍ​ຄື ຮັບປະກັນ​ໃຫ້​ແກ່​ການ​ຊ້ອມ​ຮົບ ມີ​ຄວາມ​ສະຫງົບ​ປອດ​ໄພ100%. ກ່າວ​ຮັບ​ໂດຍ ສະຫາຍ ພັນ​ເອກ ສຸພັນ ເດດ​ນໍ​ສິນ ຫົວໜ້າ​ການ​ທະຫານ​ ກອງພັນ​ໃຫຍ່ 703 ​ໄດ້​ກ່າວສະແດງຄວາມ​​ຂອບໃຈ​ມາ​ຍັງ​ຄະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 703 ທີ່​ຍາມ​ໃດ​ກໍມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ຕໍ່​ພະນັກງານ-ນັກຮົບ​ພວກ​ເຮົາ​ທີ່​ພວມ​ປະຕິບັດ​ໜ້າທີ່​ຢູ່ ພ້ອມ​ທັງ​ກ່າວ​ວ່າ: ຈະ​ນຳ​ເອົາ​ເຄື່ອງ​ທີ່​ໄດ້​ຮັບ​ໃນ​ຄັ້ງ​ນີ້​ໄປ​ມອບ​ໃຫ້​ອ້າຍ​ນ້ອງ​ຢ່າງ​ທົ່ວ​ເຖິງ. ໂດຍ: ກອງ​ສີ ຈັນ​ເມືອງ​ຊຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ