ວຽກງານຮັບປະກັນການກິນຢູ່ ຊ່ວຍຊຸກດັນໃຫ້ບັ້ນຊ້ອມຮົບ ຍິງລູກປືນແທ້ ຂອງໂຮງຮຽນນາຍສິບເຫຼົ່າຮົບ ສຳເລັດຈົບງາມ
ເວລາອອກຂ່າວ: 2026-06-09 10:17:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 293 | ຄວາມນິຍົມ: ![]()
ບັ້ນຊ້ອມຮົບຍິງລູກປືນແທ້ ປະຈຳສົກຮຽນ 2025-2026 ຂອງນັກຮຽນນາຍສິບ 3 ເຫຼົ່າຮົບ (ເຫຼົ່າຮົບລົດຕັງ-ຍານເກາະ, ເຫຼົ່າຮົບປ້ອງກັນອາກາດ ແລະ ເຫຼົ່າຮົບປືນໃຫຍ່ໜ້າດິນ) ຊຸດທີ II ໂຮງຮຽນນາຍສິບເຫຼົ່າຮົບ, ພາຍຫຼັງທີ່ໄດ້ດຳເນີນການຊ້ອມຮົບມາເປັນເວລາຫຼາຍວັນ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ສາມາດທຳລາຍເປົ້າໝາຍໄດ້ຢ່າງຊັດເຈນ ແລະ ຮັບປະກັນ ຄວາມປອດໄພ 100%. ປັດໄຈທີ່ເຮັດໃຫ້ນັກຮຽນທຸກສະຫາຍ ສາມາດປະຕິບັດໜ້າທີ່ພາຍໃຕ້ຄວາມກົດດັນສູງ ແລະ ສະພາບອາກາດທີ່ຮ້ອນອົບເອົ້າ ໄດ້ນັ້ນ ແມ່ນຍ້ອນວຽກງານຮັບປະກັນການກິນຢູ່ ແລະ ພະລາທິການພາກສະໜາມ ທີ່ວາງແຜນມາຢ່າງຮັດກຸມ, ການຊ້ອມຮົບຍິງລູກປືນແທ້ ເປັນວຽກງານທີ່ຕ້ອງໃຊ້ພະລັງກາຍ, ພະລັງສະໝອງ ແລະ ຄວາມຕື່ນຕົວສູງ. ເພື່ອຕອບ ສະໜອງຄວາມຕ້ອງການດັ່ງ ກ່າວ, ຄະນະຮັບຜິດຊອບຮັບປະກັນການກິນຢູ່ພາກສະໜາມໄດ້ຜັນຂະຫຍາຍມາດຕະການຮັບປະ ກັນຢ່າງຮອບດ້ານ ດັ່ງນີ້: ການກິນອີ່ມ-ນອນອຸ່ນ ໃນທຸກສະພາບການ ເຖິງວ່າຈະຢູ່ໃນສະພາບພາກສະໜາມທີ່ທຸລະກັນດານ, ແຕ່ເຮືອນຄົວເຄື່ອນທີ່ ຍັງສາມາດສະໜອງອາຫານຮ້ອນ, ປຸງແຕ່ງສຸກໃໝ່ ແລະ ທັນເວລາ 3 ຄາບຕໍ່ວັນ, ຮັບປະກັນໃຫ້ກຳລັງນັກຮຽນ ມີພະລັງງານພຽງພໍ. ໃນການປະຕິບັດແຜນການອົບຮົມ-ຫັດແອບ ໄດ້ມີການຈັດຕັ້ງລະບົບບໍລິການນ້ຳດື່ມ, ນ້ຳສະອາດ ແລະ ວິຕາມິນ ຢູ່ທົ່ວທຸກຈຸດຊ້ອມຮົບ ເພື່ອປ້ອງກັນອາການອິດເມື່ອຍ ແລະ ຊ໋ອກແດດ ພ້ອມທັງມີແພດປະຈຳການກວດກາສຸຂະພາບ ເພື່ອໃຫ້ມີຄວາມພ້ອມ 24 ຊົ່ວໂມງ. ຈຸງານຄົວ ແລະ ພະລາທິການໄດ້ສະແດງໃຫ້ເຫັນເຖິງຈິດ ໃຈບໍລິການ ແລະ ຄວາມຮັບຜິດຊອບສູງໃນການເຄື່ອນຍ້າຍ ແລະ ສະໜອງສະບຽງອາຫານ ໃຫ້ສອດຄ່ອງກັບສະຖານະການ ຊ້ອມຮົບ ທີ່ມີການປ່ຽນແປງຕະ ຫຼອດເວລາ.
ສະຫາຍ ພັນເອກ ອ່າງຄຳ ກຸຫຼາບວົງ ຫົວໜ້າຫ້ອງພະລາ ທິການ ໂຮງຮຽນນາຍສິບເຫຼົ່າຮົບ ໄດ້ກ່າວວ່າ: ການຍິງປືນຖືກ ເປົ້າໝາຍ ເປັນໜ້າທີ່ຂອງນັກ ຮົບ, ແຕ່ການເຮັດໃຫ້ນັກຮົບມີກຳ ລັງວັງຊາ ແລະ ຈິດໃຈທີ່ເຂັ້ມ ແຂງໃນການລັ່ນໄກປືນແມ່ນໜ້າ ທີ່ຂອງແນວຫຼັງ. ວຽກງານພະລາ ທິການ ໃນຄັ້ງນີ້ແມ່ນເຮັດໄດ້ດີ ແລະ ເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ ໃນຜົນສຳເລັດຄັ້ງນີ້. ຜົນສຳເລັດຂອງບັ້ນຊ້ອມຮົບຍິງລູກປືນແທ້ ໄດ້ພິສູດໃຫ້ເຫັນເຖິງຄວາມສາ ມັກຄີຮ່ວມແຮງຮ່ວມໃຈ ແລະ ຄວາມສາມາດໃນການປະສານງານລະຫວ່າງແນວໜ້າ ແລະ ແນວຫຼັງ, ເປັນການຢັ້ງຢືນວ່າ: ວຽກງານຮັບປະກັນການກິນຢູ່ ທີ່ດີ ຄືຮາກຖານຂອງຄວາມເຂັ້ມ ແຂງ ແລະ ໄຊຊະນະຂອງກອງ ທັບເຮົາ.
ໂດຍ: ສົມຮັກ ຈັນທະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















