ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ເຜີຍແຜ່ກົດລະບຽບ ຂອງກອງທັບ ຢູ່ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2026-06-08 16:20:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 277 | ຄວາມນິຍົມ:



ວັນທີ 4 ມິຖຸນາ 2026 ນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງເຜີຍແຜ່ ກົດລະບຽບຂອງກອງທັບປະຊາຊົນລາວ ຢູ່ກອງບັນຊາການທະຫານແຂວງວຽງຈັນ, ມີສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ, ກົມກອງອ້ອມຂ້າງ, ກອງບັນຊາການທະຫານເມືອງ, ໂຮງຮຽນ, ໂຮງໝໍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ຍົກໃຫ້ເຫັນກ່ຽວກັບກົດລະບຽບ ຂອງກອງທັບປະຊາຊົນລາວ ເຊິ່ງເປັນກົດລະບຽບທີ່ຂຽນຂຶ້ນໃໝ່, ໂດຍຜ່ານການຄົ້ນຄ້ວາ, ເຫັນດີເປັນເອກະພາບ ຂອງຄະນະພັກ ກະຊວງປ້ອງກັນປະເທດ ແລະ ຄະນະຮັບຜິດຊອບແຕ່ລະຂັ້ນ ເພື່ອໃຫ້ແທດເໝາະກັບຕົວຈິງ, ມີຄວາມຫັດກຸມ ແລະ ເຂັ້ມງວດໃນການຈັດຕັ້ງປະຕິບັດ ຢູ່ໃນຖັນແຖວກອງທັບເຮົາ. ສຳລັບກົດລະບຽບສະບັບນີ້ ປະກອບມີ XVI ພາກ ແລະ 299 ມາດຕາ. ເຊີ່ງຈຸດປະສົງ ຂອງການເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອແນໃສ່ເຮັດໃຫ້ນາຍ ແລະ ພົນທະຫານ ເຂົ້າໃຈຢ່າງເລິກເຊິ່ງ, ເຊື່ອມຊຶມ ແລະ ກຳແໜ້ນຕໍ່ບັນດາຂໍ້ກຳນົດ, ກົດລະບຽບຂອງກອງທັບ ເພື່ອພ້ອມກັນຕັ້ງໜ້າປັບປຸງ, ແກ້ໄຂ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະພາບກັນໃນທົ່ວກໍາລັງຫຼວງ-ກໍາລັງທ້ອງຖິ່ນ. ພ້ອມນັ້ນ, ກໍເພື່ອສ້າງກຳລັງແຮງສັງລວມໃຫ້ກອງທັບ ສາມາດເຮັດສຳເລັດທຸກໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ, ສາມາດເປັນເຂັມຊີ້ທິດເຍືອງທາງໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ, ເປັນເຄື່ອງມືອັນແຫຼມຄົມຂອງພັກ, ຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບ-ປອດໄພ ແລະ ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ