ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ປະກາດການແຕ່ງຕັ້ງ ຫົວໜ້າການເມືອງ ກອງພັນ 103
ເວລາອອກຂ່າວ: 2026-06-08 16:19:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 279 | ຄວາມນິຍົມ:



ພິທີ ປະກາດການແຕ່ງຕັ້ງຫົວໜ້າການເມືອງ ກອງພັນ 103 ທີ່ຂຶ້ນກັບກອງບັນຊາການທະຫານເເຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ 2026 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຫົວໜ້າການທະຫານ ກອງບັນຊາການທະຫານເເຂວງເຊກອງ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ຂະແໜງການ ແລະ ພະນັກງານ-ນັກຮົບ ທົ່ວກອງພັນ 103 ເຂົ້າຮ່ວມ. ສະຫາຍ ພັນໂທ ບົວໄທ ພົມມະໄລລຸນ ຫົວໜ້າພະເເນກພະນັກງານ ກອງບັນຊາການທະຫານເເຂວງເຊກອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍແຕ່ງຕັ້ງຫົວໜ້າການເມືອງ ຢູ່ກອງພັນ 103 ແລະ ຂໍ້ຕົກລົງ ວ່າດ້ວຍການອະນຸມັດ ໃຫ້ນາຍທະຫານພັກການລໍຖ້າຮັບບໍານານ. ໃນນີ້, ກົມໃຫຍ່ການເມືອງກອງທັບ ຕົກລົງ ແຕ່ງຕັ້ງສະຫາຍ ພັນໂທ ວົງພະຈັນ ວໍລະສີນ ຄະນະພັກ ກອງບັນຊາການ ເປັນຫົວໜ້າການເມືອງ ກອງພັນ 103 ແລະ ອະນຸມັດໃຫ້ ສະຫາຍ ພັນໂທ ສີເມືອງ ດວງຄຳຜຸຍ ລໍຖ້າຮັບບຳນານ. ຈາກນັ້ນ, ສະຫາຍ ພັນຕີ ລັດ ພອນສະຫວັນ ຫົວໜ້າພະເເນກຈັດຕັ້ງພັກ ກອງບັນຊາການທະຫານເເຂວງ ຂຶ້ນຜ່ານມະຕິຕົກລົງ ຂອງກອງບັນຊາການທະຫານແຂວງເຊກອງ ວ່າດ້ວຍການບົ່ງໂຕເເຕ່ງຕັ້ງເລຂາຄະນະພັກຮາກຖານກອງພັນ 103 ຂຶ້ນກັບຄະນະພັກກອງບັນຊາການທະຫານເເຂວງ ໃນນີ້, ເເຕ່ງຕັ້ງ ສະຫາຍ ພັນໂທ ວົງພະຈັນ ວໍລະສີນ ເປັນເລຂາຄະນະພັກຮາກຖານ. ໂອກາດນີ້, ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ໄດ້ເນັ້ນໜັກໃຫ້ນາຍທະຫານທົ່ວກອງພັນ 103 ຈົ່ງເພີ່ມທະວີເຝິກຝົນຫຼໍ່ຫຼອມຕົນເອງທຸກດ້ານ, ກຳໃຫ້ໄດ້ບັນດາທີ່ຕັ້ງ, ຂອບເຂດ, ສິດ ແລະ ໜ້າທີ່ຮັບຜິດຊອບໃຫ້ສູງກວ່າເກົ່າ, ເປັນເຈົ້າການສຶກສາອົບຮົມພະນັກງານ-ນັກຮົບ ກຳໄດ້ແນວທາງຂອງພັກ, ກົດໝາຍຂອງລັດ, ຍົກສູງຄວາມເປັນເອກະພາບພາຍໃນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງເຂັ້ມງວດ, ມີລະບຽບແບບແຜນຢ່າງລະອຽດ, ດຳເນີນຊີວິດການເມືອງຢ່າງເປັນປະຈຳ, ສຸມໃສ່ປະຕິບັດໜ້າທີ່ໃນບັນດາຂະບວນການລວມຂອງກົມກອງ ທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ, ສ້າງພະນັກງານຮຸ້ນສືບທອດຕ້ອງຄັດເລືອກ, ຈັດວາງ ແລະ ສັບຊ້ອນຕາມວິຊາສະເພາະທີ່ຮຽນມາ, ຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສາມາດຮັບປະກັນ ໃນລະດັບທີ່ແນ່ນອນ ເຮັດໃຫ້ພະນັກງານ-ນັກຮົບສາມາດເຄື່ອນໄຫວເຮັດສຳເລັດຂອງຕົນ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ຄອນລະສິດ ວໍລະຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ