ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີ ເປີດການເຜີຍແຜ່ເອກະສານສຳຄັນຂອງຂະແໜງສຶກສາທິການ ແລະ ກິລາ
ເວລາອອກຂ່າວ: 2026-06-08 16:14:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 253 | ຄວາມນິຍົມ: ![]()
ວັນທີ 05 ມິຖຸນາ 2026, ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດພິທີເຜີຍແຜ່ແຜນຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ແຫ່ງຊາດ 2026-2040 ແລະ ນະໂຍບາຍຄູແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີສະຫາຍ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ສະຫາຍ ນາງ Soohyun Kim ຫົວໜ້າອົງການ ຢູເນັດສະໂກ (UNESCO) ພາກພື້ນປະຈໍາບາງກອກ, ມີບັນດາຮອງລັດຖະມົນຕີກະຊວງ-ອົງການ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ທອງສະລິດ ມັງໜໍ່ເມກ ຕາງໜ້າຄະນະຮັບຜິດຊອບ ໄດ້ລາຍງານໃຫ້ຊາບ ກ່ຽວກັບເຫດຜົນ-ຄວາມຈຳເປັນ ແລະ ຄວາມເປັນມາ ຂອງການຄົ້ນຄວ້າຮ່າງແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງຊາດ 2026-2040 ແລະ ນະໂຍບາຍຄູແຫ່ງຊາດ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ແມ່ນຄວາມໝາຍ-ຄວາມສໍາຄັນ ຂອງການເຜີຍແຜ່ ຍຸດທະສາດ, ແຜນພັດທະນາ ແລະ ນະໂຍບາຍໃນຄັ້ງນີ້, ທັງໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນ ຂອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ເປັນຕົວຂັບເຄື່ອນເສດຖະກິດ-ສັງຄົມ, ຕັດສີນຄວາມໝັ້ນຄົງຂອງຊາດ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ຊ່ວຍແກ້ໄຂສະພາບສິ່ງແວດລ້ອມທີ່ໂລກກໍາລັງປະເຊີນຢູ່ໃນປັດຈຸບັນ, ຊ່ວຍສ້າງສິ່ງອຳນວຍໃຫ້ແກ່ການບໍລິຫານລັດ ແລະ ອື່ນໆ ເພື່ອປະກອບສ່ວນ ເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ປະກົດຜົນເປັນຈິງ.
ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມົງຄຸນ, ພ້ອມທັງ ເຂົ້າຮ່ວມປູກຕົ້ນໄມ້ ຕື່ມອີກ.
ໂດຍ: ກົມປະຊາສຳພັນ ຫສນຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















