ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ກອງບັນຊາການທະຫານແຂວງສະຫວັນນະເຂດ ມອບເງິນອຸດໜູນ 1 ຕື້ກວ່າກີບ ໃຫ້ຄອບຄົວພະນັກງານບໍານານ ທີ່ເສຍຊີວິດຈຳນວນ 11 ຄອບຄົວ
ເວລາອອກຂ່າວ: 2026-06-08 16:09:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 301 | ຄວາມນິຍົມ:



ວັນທີ 5 ມິຖຸນາ 2026 ນີ້, ກອງບັນຊາການທະຫານແຂວງສະຫວັນນະເຂດ, ໄດ້ຈັດພິທີມອບເງິນອຸດໜູນໃຫ້ຄອບຄົວພະນັກງານບຳນານທີ່ເສຍຊິວິດຈຳນວນ 11 ຄອບຄົວ ລວມເປັນເງິນ1.227.809 ກີບ ທັງນີ້, ກໍເພື່ອປະຕິບັດນະໂຍບາຍປະກັນສັງຄົມແຫ່ງລັດ ເມື່ອຄອບຄົວພະນັກງານ, ນາຍທະຫານບໍານານທີ່ເສຍຊິວິດ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຄະນະປະຈຳພັນແຂວງ, ເລຂາຄະນະພັກ, ຫົວໜ້າ ການເມືອງ ກອງບັນຊາການທະຫານແຂວງ ສະຫວັນນະເຂດ, ມີຜູ້ຕາງໜ້າພະແນກປະກັນສັງຄົມ, ພະແນພະນັກງານ ແລະ ພະແນກນະໂຍບາຍ, ບັນດາຂະແໜງການທີ່ກ່ຽວຂ້ອງບັນດາກົມກອງ ແລະ ຄອບຄົວຜູ້ເສຍຊີວິດ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ສະຫາຍ ພັນໂທ ບຸນຜາຍ ສຸດທິຈັກ ຫົວໜ້າພະແນກປະກັນສັງຄົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຂຶ້ນຜ່ານກົດໝາຍປະກັນສັງຄົມແຫ່ງລັດ, ຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ, ຄໍາສັ່ງເພີມເຕີມ ກ່ຽວກັບການປະຕິບັດກົດໝາຍປະກັນສັງຄົມແຫ່ງລັດ ແລະ ໃບຄິດໄລ່ອະນຸມັດເບີກຈ່າຍເງິນອຸດໜູນເສຍຊີວິດຂອງພະນັກງານບໍານານ ຈໍານວນ 11 ຄອບຄົວ ແລະ ແຕ່ລະຄອບຄົວແມ່ນຈະໄດ້ຮັບເງິນແຕກຕ່າງກັນຕາມອາຍຸການຂອງບັນດາພະນັກງານ, ນາຍ ແລະ ພົນທະຫານທີ່ເສຍຊີວິດ. ໂດຍການມອບຂອງ ສະຫາຍ ປະທານ ພ້ອມທັງມີຄຳເຫັນໂອ້ລົມ ແລະ ສະແດງຄຳຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ບັນດາພະນັກງານທີ່ເສຍຊິວິດໄດ້ທຸ້ມເທສະຕິປັນຍາເຫື່ອແຮງເຂົ້າໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃນຕະຫຼອດໄລຍະຜ່ານມາ ເຊິ່ງເງິນນະໂຍບາຍດັ່ງກ່າວນັ້ນ ກໍຕ້ອງໄດ້ຈັດຕັ້ງປະຕິບັດຕາມຂັ້ນຕອນ,ແນວໃດກໍຕາມ ທາງກອງບັນຊາການທະຫານແຂວງກໍແມ່ນຮີບຮ້ອນເພື່ອໃຫ້ຄອບຄົວທີ່ສູນເສຍໄດ້ຮັບເງິນນະໂຍບາຍໄວທີ່ສຸດ ແລະ ຜ່ານມາກອງບັນຊາການທະຫານແຂວງກໍໄດ້ປະຕິບັດນະໂຍບາຍມາຕະຫຼອດ ເພາະເປັນເງິນ ເທື່ອສຸດທ້າຍຂອງພະນັກງານທີ່ເສຍຊິວິດ ພ້ອມດຽວກັນນັ້ນ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ແຕ່ລະຄອບຄົວທີ່ໄດ້ຮັບເງິນດັ່ງກ່າວຈົ່ງນໍາໄປໃຊ້ຈ່າຍໃນການພັດທະນາຄອບຄົວຂອງຕົນໃຫ້ເກີດປະໂຫຍດສູງສຸດຕໍ່ໄປ. ໂດຍ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ