ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ສຳເລັດ​ການ​ຫັດ​ແອບ​ປະສານ​ສຽງ​ແຕກ ຊ້ອມ​ຮົບ​ຕີ​ພິເສດ “ໃຕ້​ຝຸ່ນ 2026” ຄັ້ງ​ທີ I
ເວລາອອກຂ່າວ: 2026-06-08 15:41:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ:



ເພື່ອ​ສືບຕໍ່​ຮັດ​ແໜ້ນ​ຄວາມ​ສາມັກຄີ ແລະ ການ​ຮ່ວມ​ມື​ທາງ​ດ້ານ​ການ​ທະຫານ ສະຫວ່າງ ກອງທັບ ລາວ-ຣັດ​ເຊຍ ໃຫ້​ນັບ​ມື້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ, ຮັກສາ​ມູນເຊື້ອ​ຮັກແພງ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ຂອງ​ສອງ​ກອງທັບ, ການ​ຫັດ​ແອບ​ຊ້ອມ​ຮົບ​ຕີ​ພິເສດ “ໃຕ້​ຝຸ່ນ 2026” ຈຶ່ງ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ນັບ​ແຕ່​ວັນ​ທີ 17 ພຶດສະພາ 2026 ເປັນຕົ້ນ​ມາ ແລະ ໃນ​ວັນ​ທີ 1 ມິຖຸນາ 2026 ໄດ້​ມີ​ການ​ປະສານ​ສຽງ​ແຕກ, ເຝິກ​ຈຳລອງ​ການ​ເຂົ້າ​ຕີ​ໃນ​ຕົວ​ເມືອງ ແລະ ຍຸດທະວິທີ​ຕ່າງໆ ທີ່​ໄດ້​ເຝິກອົບຮົມ-ຫັດ​ແອບ​ຜ່ານ​ມາ. ສະຫາຍ ພົນ​ຈັດຕະວາ ທອງ​ສະໄໝ ສຸກ​ປະເສີດ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໃຫ້​ຮູ້​ວ່າ: ການ​ເຝິກ​ຫັດ​ແອບ​ຊ້ອມ​ຮົບ​ຕີ​ພິເສດ “ໃຕ້​ຝຸ່ນ 2026” ແມ່ນ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ ໃນ​ການ​ບັນຊາ​ປະສານ ລະຫວ່າງ ສອງ​ກອງທັບ ລາວ-ຣັດ​ເຊຍ ແນໃສ່​ການ​ຕອບ​ໂຕ້​ຕໍ່ຕ້ານ​ກົນອຸບາຍ ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ, ໂດຍ​ນຳ​ໃຊ້​ອາວຸດ, ເທັກ​ໂນ​ໂລ​ຢີ ທີ່​ທັນ​ສະໄໝ ເຂົ້າ​ໃນ​ການ​ແກ້​ໄຂ​ກໍລະນີ​ຕ່າງໆ ທີ່​ຈະ​ເກີດ​ຂຶ້ນ, ເພື່ອ​ເສີມ​ສ້າງ​ຄວາມ​ສາມັກຄີ​ມິດຕະພາບ, ສາຍ​ພົວພັນ​ເພື່ອນ​ມິດ​ຍຸດ​ທະ​ສາດ ໃນ​ການ​ປະສານ​ສູ້​ຮົບ ລະຫວ່າງ ສອງ​ກອງທັບ, ຮັບປະກັນ​ການ​ກຽມພ້ອມ​ສູ້​ຮົບ ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ຊາດ ໃນ​ພູມ​ມີ​ພາກ. ສະຫາຍ ພັນ​ເອກ ຄຳ​ແສງ ແກ້ວ​ດວງ​ດີ ຮອງ​ຫົວໜ້າ​ກົມ 49 ຫົວໜ້າ​ຊີ້​ນຳ​ພາກ​ສະໜາມ​ເຫຼົ່າ​ຮົບ​ຕີ​ພິເສດ ໃຫ້​ຮູ້​ຕື່ມ​ວ່າ: ຜ່ານ​ການ​ຫັດ​ແອບ​ຊ້ອມ​ຮົບ​ຕີ​ພິເສດ “ໃຕ້​ຝຸ່ນ 2026” ໃນ​ຄັ້ງ​ນີ້ ໄດ້​ເຮັດ​ໃຫ້ ນາຍ ແລະ ພົນທະຫານ ລະຫວ່າງ ສອງ​ກອງທັບ ລາວ-ຣັດ​ເຊຍ ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ແມ່ນ​ສອງ​ເຫຼົ່າ​ຮົບ​ຕີ​ພິເສດ ໄດ້​ແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ກ່ຽວ​ກັບ​ການ​ນຳ​ໃຊ້​ພາຫະນະ​ອາວຸດ​ທີ່​ທັນ​ສະໄໝ, ຍຸດທະວິທີ ໃນ​ການ​ປະຕິບັດ​ການ​ສູ້​ຮົບ ກັບ ກຸ່ມ​ຕິດ​ອາວຸດ​ທີ່​ຜິດ​ກົດໝາຍ ບໍ່​ວ່າ​ຈະ​ເປັນ​ການ​ສູ້​ຮົບ ທາງບົກ, ທາງນ້ຳ ແລະ ທາງ​ອາກາດ ຂອງ​ເຫຼົ່າ​ຮົບ​ຕີ​ພິເສດ ເພື່ອ​ຍົກ​ລະດັບ​ຄວາມ​ຊຳນິ​ຊຳນານ, ຄ່ອງ​ແຄ້ວ, ວ່ອງໄວ ແລະ ສູ້​ຮົບ​ມີ​ໄຊ ກຽມພ້ອມ​ຕອບ​ໂຕ້​ກັບ​ໄພ​ຂົມ​ຂູ່​ຕ່າງໆ ທີ່​ເປັນ​ໄພ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຊາດ. ສັງ​ລວມ​ແລ້ວ, ການ​ຫັດ​ແອບ​ຊ້ອມ​ຮົບ​ຕີ​ພິເສດ “ໃຕ້​ຝຸ່ນ 2026” ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ຢ່າງ​ຍິ່ງ ໃນ​ການ​ເສີມ​ສ້າງ​ສາຍ​ພົວພັນ, ແລກປ່ຽນ​ບົດຮຽນ ຂອງ​ສອງ​ກອງທັບ ລາວ-ຣັດ​ເຊຍ ໂດຍ​ສະເພາະ​ການ​ນຳ​ໃຊ້​ພະ​ຫະ​ນະ, ອາວຸດ ແລະ ຍຸດທະວິທີ ທີ່​ມີ​ຄວາມ​ກ້າວໜ້າ, ທັນ​ສະໄໝ ເຂົ້າ​ໃນ​ການ​ສູ້​ຮົບ ຂອງ​ແຕ່​ລະ​ເຫຼົ່າ​ຮົບ, ໂດຍ​ແມ່ນ​ເຫຼົ່າ​ຮົບ​ຕີ​ພິເສດ ເປັນ​ກຳລັງ​ສຳຄັນ​ໜຶ່ງ ຈຳເປັນ​ຕ້ອງ​ເຮັດ​ສຳເລັດ​ໜ້າທີ່ ວິຊາ​ສະເພາະ​ທີ່​ໄດ້​ຮັບ​ມອບ​ໝາຍ, ເປັນ​ກຳລັງ​ທີ່​ມີ​ຄວາມ​ເຂັ້ມແຂງ, ອາດ​ຫານ, ເດັດຂາດ ກຽມພ້ອມ​ເສຍສະຫຼະ, ຮັບປະກັນ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ. ໂດຍ: ພຸດ​ທະ​ພອນ ລັດດາ​ນາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ