ກອງພົນທີ 3 ຈັດພິທີ ເຄົາລົບທຸງຊາດ ແລະ ສະຫຼຸບວຽກງານຮອບດ້ານ ປະຈຳເດືອນພຶດສະພາ
ເວລາອອກຂ່າວ: 2026-06-08 15:39:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ: ![]()
ວັນທີ 1 ມິຖຸນາ 2026 ນີ້, ກອງພົນທີ 3 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ແລະ ສະຫຼຸບວຽກງານຮອບດ້ານ ປະຈຳເດືອນພຶດສະພາ 2026, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ຫົວໜ້າການທະຫານກອງພົນທີ 3, ມີ ຄະນະພັກ-ຄະນະບັນຊາອົງການ, ກົມກອງ, ຕະຫຼອດຮອດພະນັກ ງານ-ນັກຮົບ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ໄດ້ສະຫຼຸບໂດຍຫຍໍ້ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານໃນ 1 ເດືອນຜ່ານມາ, ຍົກໃຫ້ເຫັນ ສະພາບການຂອງໂລກ, ພາກພື້ນ, ຂອບເຂດກົມກອງຮັບຜິດ ຊອບ, ເຊິ່ງມີທັງດ້ານດີທີ່ຕັ້ງໜ້າ, ບາງບັນຫາທີ່ຍັງຄົງຄ້າງໃນການ ປະຕິບັດໜ້າທີ່ວຽກງານດ້ານ ຕ່າງໆ ຂອງກົມກອງ ໃນໄລຍະຜ່ານມາ ເປັນຕົ້ນແມ່ນດ້ານການ ເມືອງແນວຄິດ, ການກຽມພ້ອມສູ້ຮົບ, ການອົບຮົມ-ຫັດແອບ, ການປັບປຸງກໍ່ສ້າງກົມກອງ, ການປ້ອງກັນສຳນັກງານອົງການ, ການລ້ຽງດູທັບ, ການປົກປັກຮັກ ສາພາຫະນະອາວຸດ-ກະສູນ ແລະ ການປະຕິບັດ 7 ລະບອບ 18 ວຽກຂອງກອງທັບ. ພ້ອມນີ້, ຍັງໄດ້ຜ່ານແຜນວຽກທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນເດືອນຕໍ່ໄປ. ທັງນີ້, ກໍເພື່ອເປັນການປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ໃຫ້ມີຄວາມເຂັ້ມແຂງດ້ານລະບຽບວິໄນ ເພື່ອກຽມພ້ອມສູ້ຮົບຕະຫຼອດເວລາ. ຈາກນັ້ນ, ກໍໄດ້ຮັບຊົມ ການເດີນສວນສະໜາມ ຂອງບັນດາກ້ອນກຳລັງ ຕື່ມອີກ.
ພາບ: ສິນລະກອນ ສາຍຍອດອູ
ຂ່າວ: ຄຳຜຸຍ ສີວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















