ມອບ-ຮັບ ໜ້າທີ່ ຫົວໜ້າຫs້ອງເຕັກນິກ ວິທະຍາຄານເຕັກນິກການທະຫານ
ເວລາອອກຂ່າວ: 2026-06-08 15:30:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ: ![]()
ວັນທີ 4 ມິຖຸນາ 2026 ນີ້, ຢູ່ທີ່ວິທະຍາຄານເຕັກນິກການທະຫານ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງເຕັກນິກ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍ
ການເປັນປະທານຂອງ ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ຫົວໜ້າການທະຫານ ວິທະຍາຄານເຕັກນິກການທະຫານ, ມີພະນັກງານ-ນັກຮົບ ພາຍໃນຫ້ອງ ແລະ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນທະວີ ສີວິໄລ ຫົວໜ້າຫ້ອງເຕັກນິກ ໄດ້ ລາຍງານຄືນໂດຍຫຍໍ້ຜ່ານການ ເຄື່ອນໄຫວຊີ້ນຳ-ບັນຊາຫ້ອງເຕັກນິກໃນໄລຍະຜ່ານມາ. ຈາກນັ້ນ, ກໍໄດ້ພ້ອມກັນລົງນາມບົດບັນທຶກການ ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ພັນໂທ ບຸນທະວີ ສີວິໄລ ຫົວໜ້າຫ້ອງເຕັກນິກ (ຜູ້ເກົ່າ) ແລະ ສະຫາຍ ພັນເອກ ຈັນທອງ ພົມຂັນໄຊ ຫົວໜ້າຫ້ອງເຕັກນິກ (ຜູ້ໃໝ່) ຢ່າງເປັນທາງການ.
ໂອກາດດຽວກັນ, ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຫົວໜ້າຫ້ອງເຕັກນິກ ຜູ້ເກົ່າ ໄດ້ນຳພາພະນັກງານ-ນັກ ຮົບທົ່ວຫ້ອງໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ສະຫາຍຫົວໜ້າຫ້ອງເຕັກນິກ ຜູ້ໃໝ່ ຈົ່ງຍົກສູງວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ ພະນັກງານ-ນັກຮົບໃນຂັ້ນບັນຊາຂອງຕົນເປັນກົກ, ເພີ່ມທະວີບົດບາດໃນການນຳພາ-ຊີ້ນຳກົມກອງຂອງຕົນໃຫ້ມີໃບໜ້າອັນໃໝ່, ປັບປຸງແບບແຜນວິທີເຮັດວຽກບົນຫຼັກການລວມສູນ ປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ, ປະຕິບັດຕາມສິດ, ພາລະບົດບາດ,
ໜ້າທີ່ຂອງຕົນໃນການບັນຊາວຽກງານເຕັກນິກເຂົ້າໃນການຮຽນ-ການສອນ ກໍຄືການຊີ້ນຳວຽກງານເຕັກນິກຂອງກົມກອງໃຫ້ມີຄວາມຄ່ອງແຄ້ວ, ທ່ວງທັນ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງ ວຽກງານອັນຮີບດ່ວນໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















