ອົງການໄອຍະການທະຫານຂັ້ນສູງ ໄດ້ສ້າງຂະບວນການປູກຕົ້ນໄມ້
ເວລາອອກຂ່າວ: 2026-06-08 15:29:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ: ![]()
ວັນທີ 1 ມິຖຸນາ 2026 ນີ້, ທີ່ອົງການໄອຍະການທະຫານຂັ້ນສູງ ໄດ້ສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ. ນຳພາໂດຍ ສະຫາຍ ພັນເອກ ລັດສະໝີ ຂັນອາສາ ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ມີຄະນະພັກ-ຄະນະນຳ ຕະຫຼອດຮອດພະນັກ ງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ລັດສະໝີ ຂັນອາສາ ໄດ້ກ່າວວ່າ: ການປູກຕົ້ນໄມ້ຄັ້ງນີ້, ກໍເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ເພື່ອເປັນການສ້າງສະພາບແວດລ້ອມທຳມະຊາດໃຫ້ມີຄວາມຊຸ່ມຊື່ນ ທັງເປັນການປົກປັກຮັກສາຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ, ອຸດົມສົມບູນ, ຂຽວສົດງົດງາມ, ຊ່ວຍຕ້ານ ແລະ ຫຼຸດຜ່ອນຜົນກະທົບຈາກໄພພິບັດທາງທຳມະຊາດ. ພ້ອມກັນນັ້ນ, ກໍເປັນການປູກຈິດສຳນຶກໃຫ້ເຫັນໄດ້ຄວາມສຳຄັນຂອງການຮັກສາສິ່ງແວດ ລ້ອມ ໂດຍເນັ້ນໃສ່ການຢູ່ຮ່ວມກັນກັບທຳມະຊາດຢ່າງກົມກຽວ ແລະ ຍືນຍົງ.
ໂດຍ: ສິນໄຊ ອໍລະດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















