ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ຍ້ອນ​ຄະນະ​ຊີ້​ນຳ​ເອົາໃຈໃສ່​ໃກ້ຊິດຕິດແທດ ຈຶ່ງ​ເຮັດ​ໃຫ້​ບັ້ນ​ຊ້ອມ​ຮົບ​ຍິງ​ລູກປືນ​ແທ້ຂອງ​ໂຮງຮຽນ​ນາຍ​ສິບ​ເຫຼົ່າ​ຮົບ ສຳເລັດ​ຢ່າງ​ຈົບງາມ
ເວລາອອກຂ່າວ: 2026-06-05 08:52:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ບັ້ນ​ຊ້ອມ​ຮົບ​ຍິງ​ລູກປືນ​ແທ້ ຂອງ​ນັກຮຽນ​ນາຍ​ສິບ 3 ເຫຼົ່າ​ຮົບ (ເຫຼົ່າ​ຮົບ​ລົດ​ຕັງ-ຍານ​ເກາະ, ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ ແລະ ເຫຼົ່າ​ຮົບ​ປ້ອງ​ກັນ​ອາກາດ) ຊຸດ​ທີ 2 ໂຮງຮຽນ​ນາຍ​ສິບ​ເຫຼົ່າ​ຮົບ ພາຍຫຼັງ​ທີ່​ໄດ້​ດຳເນີນ​ການ​ຊ້ອມ​ຮົບ​ມາ​ເປັນ​ເວລາ 5 ວັນ ນັບ​ແຕ່​ວັນ​ທີ 25-29 ພຶດສະພາ 2026 ກໍ​ໄດ້​ປິດ​ລົງ​ດ້ວຍ​ຜົນສຳເລັດ​ອັນ​ຈົບງາມ, ບັນລຸ​ຕາມ​ຄາດໝາຍ ແລະ ຮັບປະກັນ​ຄວາມ​ປອດ​ໄພ 100%. ປັດ​ໄຈ​ຕັດສິນ​ອັນ​ສຳຄັນ​ທີ່​ສຸດ ທີ່​ເຮັດ​ໃຫ້​ບັ້ນ​ຊ້ອມ​ຮົບ​ພາກ​ສະໜາມດຳເນີນ​ໄປ​ຢ່າງ​ເຂັ້ມ​ງວດ ແລະ ຜ່ານ​ຜ່າໄດ້ທຸກບົດ ເຝິກຫັດແມ່ນ​ຍ້ອນ​ມີ​ຄະນະ​ຊີ້​ນຳ-ຄູ​ເຝີກທີ່​ມີ​ຄວາມ​ຊຳນານ​ດ້ານ​ວິຊາ​ສະເພາະ ແລະ ມີ​ຄວາມ​ຮັບ ຜິດຊອບ​ສູງ. ຕະຫຼອດ​ໄລຍະ​ການ​ເຝິກຊ້ອມ ແລະ ປະຕິບັດ​ການ​ຍິງ​ລູກປືນ​ແທ້, ຄະນະ​ຊີ້​ນຳ​ໄດ້​ຕິດຕາມ, ກວດກາ ແລະ ບັນຊາ​ການ​ຢ່າງໃກ້ຊິດໃນ​ ທຸກ​ບາດກ້າວ. ຍ້ອນ​ຄວາມ​ເປັນ​ມື​ອາຊີບ ແລະ ປະສົບ​ການ​ຂອງ​ຄະນະ​ຊີ້​ນຳ ທີ່​ໄດ້​ຖ່າຍ​ທອດ​ສິລະ​ປະຍຸດ-ຍຸດທະວິທີ, ວິທີ​ການ​ນຳ​ໃຊ້​ວັດຖຸ​ລະເບີດ-ອາວຸດ​ຍຸດ​ໂທ​ປະກອນຢ່າງ​ຖືກຕ້ອງຕາມ​ຫຼັກ ການ​ວິທະຍາສາດ​ການ​ທະຫານ, ເຮັດ​ໃຫ້​ນັກຮຽນ​ນາຍສິບ​ທຸກສະ ຫາຍມີ​ສະຕິ​ລະວັງ​ຕົວ​ສູງ, ມີ​ ຄວາມ​ກ້າຫານ, ໜັກ​ແໜ້ນ​ທາງ​ ດ້ານ​ຈິດໃຈ ແລະ ສາມາດ​ທຳ ລາຍ​ເປົ້າ​ໝາຍ ໄດ້​ຢ່າງ​ຊັດ​ເຈນ. ສະຫາຍ ພັນ​ເອກ ລັດສະໝີ ແສງ​ດາ​ວັນ ຮອງ​ຫົວໜ້າ​ການ​ທະຫານ ໂຮງຮຽນ​ນາຍ​ສິບ​ເຫຼົ່າ​ຮົບ, ຜູ້​ຊີ້​ນຳ​ບັ້ນ​ຊ້ອມ​ຮົບ​ຍິງ​ລູກປືນ​ແທ້ ໄດ້​ກ່າວ​ວ່າ: ບັ້ນ​ຊ້ອມ​ຮົບ​ຍິງ​ລູກປືນ​ແທ້​ໃນ​ຄັ້ງ​ນີ້ ແມ່ນ​ໜຶ່ງ​ໃນ​ແຜນການ​ເຝິກອົບຮົມ-ຫັດ​ແອບ​ໃຫ້​ນັກຮຽນ ນາຍ​ສິບ​ຊຸດ​ທີ 2 ສົກຮຽນ 2025-2026, ໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​ໃກ້ຊິດຕິດແທດ​ຈາກ​ກະຊວງ​ປ້ອງ​ກັນ​ປະເທດ. ຈຸດປະສົງ​ຕົ້ນຕໍ ແມ່ນ​ເພື່ອ​ທົດ​ສອບ​ຄວາມ​ພ້ອມ​ຮົບ, ຍົກ​ລະດັບ​ສິລະ​ປະຍຸດ-ຍຸດທະວິທີ​ຂອງ​ນັກ ຮຽນ​ນາຍ​ສິບ ທັງ 3 ເຫຼົ່າ​ຮົບ ໃຫ້​ມີ​ຄວາມ​ຊຳນິ​ຊຳນານ ໃນ​ການ​ນຳ​ໃຊ້​ກຳລັງ, ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນທີ່​ມີ​ຢູ່​ໃນ​ມືເຂົ້າ​ໃນ​ການ​ສູ້​ຮົບ​ຕົວ​ຈິງ, ທັງ​ເປັນ​ການ​ຍົກ​ສູງ​ຂີດ​ຄວາມ​ສາມາດ​ໃນ​ການ​ບັນຊາ, ການ​ປະສານ​ສົມທົບ ລະຫວ່າງບັນດາ​ເຫຼົ່າ​ຮົບ ໃຫ້​ມີ​ຄວາມ​ກົມກຽວ, ວ່ອງໄວ ແລະ ແນ່ນອນ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ ໃຫ້​ມີ​ຄວາມ​ໝັ້ນຄົງ ໃນ​ທຸກ​ສະຖານະ​ການ. ຜົນສຳເລັດ​ຂອງ​ບັ້ນ​ຊ້ອມ​ຮົບ​ຍິງ​ລູກປືນ​ແທ້ ໃນ​ຄັ້ງ​ນີ້ບໍ່ພຽງ ​ແຕ່​ເປັນ​ການ​ຍົກ​ລະດັບ​ຄວາມສາ ມາດ​ໃນ​ການ​ສູ້​ຮົບ​ຕົວ​ຈິງຂອງ​ນັກຮຽນ​ນາຍ​ສິບ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ຢັ້ງຢືນ​ເຖິງ​ວິໄສທັດ, ຄວາມ​ສາມາດ ແລະ ມາດຕະ ຖານ​ອັນ​ສູງ​ສົ່ງຂອງ​ຄະນະ​ຊີ້​ນຳ ທີ່​ເປັນ​ກຳລັງ​ແຮງ​ຫຼັກໃນ​ການ​ເຝິກຝົນ​ຫຼໍ່​ຫຼອມ​ກຳລັງ​ພົນໃຫ້​ກາຍເປັນ​ກອງທັບ​ທີ່​ມີ​ຄວາມ​ເຂັ້ມ ແຂງ, ທັນ​ສະໄໝ ແລະ ສາມາດ​ປົກ​ປັກ​ຮັກສາ​ປະເທດ​ຊາດ ໄວ້​ໄດ້​ຢ່າງ​ໝັ້ນຄົງ. ໂດຍ: ສົມ​ຮັກ ຈັນທະ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ