ກອງພັນໃຫຍ່ 605 ຈັດພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ
ເວລາອອກຂ່າວ: 2026-06-05 08:49:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ: ![]()
ວັນທີ 29 ພຶດສະພາ 2026 ນີ້, ກອງພັນໃຫຍ່ 605 ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 102 ປີ, ໂດຍການເຂົ້າຮ່ວມ ແລະ ນຳພາຂອງ ສະຫາຍ ພັນເອກ ໄມສີ ມາວັນດີ ເລຂາຄະນະພັກຫົວໜ້າການເມືອງ ກອງພັນໃຫຍ່ 605 ພ້ອມດ້ວຍຄະນະ ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບ ທົ່ວກອງພັນໃຫຍ່ເຂົ້າຮ່ວມ.
ສະຫາຍ ພັນໂທ ສາຍທອງ ດາລາວົງ ຫົວໜ້າຂະແໜງຜະລິດກະສິກຳ ກອງພັນໃຫຍ່ 605 ໄດ້ຜ່ານແຜນການ ການປູກຕົ້ນໄມ້ ປະຈຳປີ 2026 ອີງຕາມ ທິດຊີ້ນຳຂອງຂັ້ນເທິງ ກໍຄືທິດຊີ້ນຳຂອງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 605 ວາງອອກ ເຊິ່ງໄດ້ຖືເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ພ້ອມທັງເປັນວັນເດັກນ້ອຍສາກົນ ເພື່ອເຮັດໃຫ້ສະຖານທີ່ມີຄວາມຮົ່ມເຢັນ, ມີຄວາມເປັນລະບຽບຮຽບຮ້ອຍຈົບງາມ ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ມີ ຕົ້ນດອກໄມ້ເຂັມ ຈຳນວນ 746 ເບ້ຍ, ຕົ້ນດອກຈຳປາ ມີ 105 ເບ້ຍ
ສະຫາຍ ພັນເອກ ໄມສີ ມາວັນດີ ໄດ້ໃຫ້ຮູ້ຕື່ມອີກວ່າ: ວັນປູກຕົ້ນໄມ້ແຫ່ງຊາດ ແລະ ຄຸນປະໂຫຍດຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ. ດັ່ງນັ້ນ, ພັກ-ລັດຖະບານ ຍາມໃດກໍຖືເອົາວຽກງານຄຸ້ມຄອງປົກປັກຮັກສາ ແລະ ພັດທະນາປ່າໄມ້ ເປັນວຽກງານຍຸດທະສາດສຳຄັນ ຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເພື່ອເປັນການປະຕິບັດບັນດາແຜນຍຸດທະສາດປ່າໄມ້ ຄາດໝາຍດ້ານສິ່ງແວດລ້ອມ ເພື່ອເປັນການປົກປັກຮັກສາຟື້ນຟູປ່າໄມ້ຕາມທິດສີຂຽວໃຫ້ຍືນຍົງ.
ໂດຍ: ນາງ ໜູແດງ ລາດສະແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















