ກົມກວດກາ ກະຊວງປ້ອງກັນປະເທດ ລົງເຄື່ອນໄຫວເຮັດວຽກຢູ່ ວປກ
ເວລາອອກຂ່າວ: 2026-06-04 15:02:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 475 | ຄວາມນິຍົມ: ![]()
ວັນທີ 4 ມິຖຸນາ 2026 ນີ້, ກົມກວດກາ ກະຊວງປ້ອງກັນປະເທດ ເຊິ່ງນໍາໂດຍ ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ກໍາມະການໜ່ວຍກວດກາພັກ, ຮອງຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ(ວປກ), ມີ ສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ກໍາມະການສໍາຮອງສູນກາງພັກ, ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ, ສະຫາຍ ພົນຈັດຕະວາ ປອ ສອນທະນູ ແກ້ວໝື່ນເຮືອງ ຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ, ປະທານກວດກາພັກ-ລັດ ວປກ, ມີຄະນະພັກ-ຄະນະອໍານວຍການ, ຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບ ແລະ ພະແນກກວດກາພັກ-ລັດ ວປກ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ປອ ສອນທະນູ ແກ້ວໝື່ນເຮືອງ ໄດ້ລາຍງານສະພາບການ ແລະ ການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຮອບດ້ານ ຂອງກົມກອງ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ ແລະ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນກົມກອງໃນໄລຍະຜ່ານມາ ຄະນະພັກ-ຄະນະອຳນວຍການ ແລະ ຄະນະບັນຊາແຕ່ລະຂັ້ນ ໄດ້ພ້ອມກັນເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ສະມາຊິກພັກ-ພະນັກງານ-ນັກຮົບ ຢູ່ພາຍໃນກົມກອງເປັນປະຈໍາ ແລະ ໄດ້ຊີ້ນຳ-ນຳພາ, ຕິດຕາມ-ກວດກາ ວຽກງານວິຊາສະເພາະແຕ່ລະດ້ານ ຢູ່ພາຍໃນກົມກອງເປັນປະຈຳ, ໂດຍສະເພາະວຽກງານກວດກາພັກ-ລັດ, ການຊີ້ນຳ-ນຳພາ ຂອງຄະນະພັກ-ຄະນະອໍານວຍການ, ໃນການປະຕິບັດໜ້າທີ່ການເມືອງ ແລະ ວຽກງານປີ່ນອ້ອມຂອງກົມກອງ ໂດຍສະເພາະແມ່ນການຈັດຕັ້ງເຊື່ອມຊື່ມຜັນຂະຫຍາຍບັນດາມະຕິ, ຄໍາສັງ, ຂໍ້ກຳນົດ ກົດລະບຽບຂອງພັກ, ພາລະບົດບາດ, ໜ້າທີ່, ສິດຂອບເຂດ ແລະ ຄວາມຮັບຜິດຊອບຂອງຄະນະບັນຊາແຕ່ລະຂັ້ນ ໂດຍສະເພາະການປະຕິບັດ 4 ໜ້າທີ່ໃຫ່ຍ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກ ກໍຄື ຂອງວິທະຍາຄານ ວາງອອກ, ມີແບບແຜນວິທີນໍາພາ-ບັນຊາ ບົນຫຼັກການລວມສູນປະຊາທິປະໄຕ, ມີຄວາມສາມັກຄີຮັກແພງພາຍໃນ, ພ້ອມທັງ ຕິດຕາມເກັບກຳການດໍາເນີນຮ່ວມຊີວິດພັກ, ຊຸກຍູ້ ແລະ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຕິດພັນກັບກອງ 3 ປອດ, ກົມກອງວັດທະນະທຳ ແລະ ການກໍ່ສ້າງຂະຫຍາຍພັກຕາມ 5 ຫຼັກການ 3 ທິດນໍາ.
ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ພ້ອມດ້ວຍຄະນະ ໄດ້ມີຄຳເຫັນຕໍ່ການລາຍງານ ແລະ ມີຄໍາຖາມເຈາະຈີ້ມຕໍ່ ບາງວຽກງານ ເພື່ອເກັບກຳຂໍ້ມູນ ແລະ ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາ ພະແນກການທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ທັນການ, ຜ່ານການລົງກວດກາໃນຄັ້ງນີ້ເຫັນວ່າ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໄດ້ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ພາຍໃນຄະນະມີຄວາມສາມັກຄີ, ລົງໃກ້ຊິດຕິດແທດ, ຕິດຕາມ, ກວດກາ ບັນດາອົງການ, ພະແນກການ, ກົມກອງ ເຮັດໃຫ້ພື້ນຖານມີຄວາມສະຫງົບ, ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນໄດ້ດີ, ເຮັດໃຫ້ວຽກງານກວດກາຢູ່ພາຍໃນກົມກອງມີຄວາມເຂັ້ມແຂງສາມາດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ກໍາໄດ້ສະພາບການພົ້ນເດັ່ນ ແລະ ປະກົດການຫຍໍ້ທໍ້ໄດ້ດີ ເພື່ອແກ້ໄຂບັນຫາໄດ້ທັນກັບສະພາບການ, ແຕ່ລະພາກສ່ວນໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຫຼາຍດ້ານ, ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເອົາໃຈໃສ່ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ ໄດ້ຢ່າງເຂັ້ມງວດ.
ໂດຍ: ເຂັງພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















