ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ກທອ ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2026-06-04 14:43:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 499 | ຄວາມນິຍົມ:



ວັນທີ 4 ມິຖຸນາ 2026 ນີ້, ກອງບັນຊາການທະຫານອາກາດ (ກທອ) ໄດ້ຈັດພິທີປາຖະກະຖາມູນເຊື້ອວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 67 ປີ (18 ພຶດສະພາ 1959 - 18 ພຶດສະພາ 2026) ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24 ພຶດສະພາ 1960 – 24 ພຶດສະພາ 2026), ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີບັນດາຄະນະຫ້ອງ, ພະແນກການ ຕະຫຼອດຮອດນາຍ ແລະ ພົນທະຫານ ເຂົ້າຮ່ວມ. ໃນພິທີ, ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ໄດ້ຍົກໃຫ້ເຫັນເຫດການຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດເຮົາທີ່ຢູ່ໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ, ທັງສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫຼອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບ ຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ້ງຕີນມື ສາມາດປົດປ່ອຍປະເທດຊາດ ແລະ ນໍາເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າຈົນມາຮອດປັດຈຸບັນ. ພ້ອມນີ້, ສະຫາຍ ຍັງໄດ້ຍົກໃຫ້ເຫັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ ແລະ ແນວລາວສ້າງຊາດ ແມ່ນໄຊຊະນະທີ່ແລກມາດ້ວຍຄວາມທຸກທໍລະມານ ແລະ ແສນລຳບາກນາໆປະການ ເຖິງວ່າຈະຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມຈຳນົນ ໂດຍເດັດຂາດ, ອັນນີ້ກໍຍ້ອນບັນດາຜູ້ນຳເຮົາຖືປະເທດຊາດສູງກວ່າຊີວິດຂອງຕົນ, ຊຶ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້, ໄຊຊະນະອັນພິລະອາດຫານໃນວິລະກຳໂຕນຄຸກຄັ້ງມະຫັດສະຈັນ ໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງຜູ້ນຳທີ່ຢູ່ໃນຄຸກ ແລະ ທຸກກຳລັງແຮງ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອເຮັດໃຫ້ບັນດາທ່ານຜູ້ນຳໂຕນໜີອອກຈາກຄຸກໄດ້ເປັນຜົນສຳເລັດ. ທັງນີ້ ກໍເພື່ອທົບທວນຄືນມູນເຊື້ອປະຫວັດສາດຂອງຊາດ, ວິລະກໍາອັນລໍ້າເລີດແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າທີ່ມີຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ບໍ່ຍອມຈໍານົນ ແມ່ນເຫດການທີ່ມີຄວາມໝາຍຄວາມສໍາຄັນໃນປະຫວັດສາດ ຂອງຊາດ, ຂອງພັກ , ຂອງກອງທັບເຮົາ, ແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ. ທັງໝົດນັ້ນ ໄດ້ສະແດງໃຫ້ເຫັນເຖິງຄວາມເສຍສະຫຼະ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ຍອມເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອການປະຕິວັດ, ເພື່ອຊາດ, ເພື່ອປະຊາຊົນ, ເພື່ອອຸດົມການສັງຄົມນິຍົມ. ວິລະກໍາຂ້າງເທິງນັ້ນເປັນຂີດໝາຍປະຫວັດອັນສໍາຄັນ, ເປັນບັນໄດກ້າວໄປສູ່ຄວາມເປັນເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະຊາຊົນລາວບັນດາເຜົ່າ. ໂດຍ: ກາ ຫຼ້າພາວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ