ຫ້ອງເສນາທິການ ທະຫານແຂວງໄຊຍະບູລີ ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025
ເວລາອອກຂ່າວ: 2026-06-04 14:42:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 459 | ຄວາມນິຍົມ: ![]()
ວັນທີ 3 ມິຖຸນາ 2026 ນີ້, ຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສຸກກະເສີມ ວິຍາວົງ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ ແລະ ເປັນເຂົ້າຮ່ວມໂດຍ ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ກຳມະການຄະນະປະຈໍາພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີໜ່ວຍປະຕິບັດງານ ຂອງກອງບັນຊາການ ແລະ ພະນັກງານຫຼັກແຫຼ່ງພາຍໃນຫ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງວັນ ສຸກສະຫວັນ ຮອງເລຂາຄະນະພັກຮາກຖານ ຫ້ອງເສນາທິການ ໄດ້ຂຶ້ນຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2025 ເຊິ່ງໃນໄລຍະ 1 ປີຜ່ານມາ ໄດ້ນໍາພາສະມາຊິກພັກ ແລະ ພະນັກງານ-ນັກຮົບ ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ເຮັດໃຫ້ວຽກງານໄດ້ຮັບຜົນສໍາເລັດ ເຊິ່ງສະແດງອອກ ໄດ້ນໍາພາກົມກອງປະຕິບັດໄດ້ຂໍ້ກໍານົດກົດລະບຽບຂອງກອງທັບວາງອອກໄດ້ເປັນຢ່າງດີ ສາມາດຕີລາຄາແບ່ງປະເພດຂອງສະມາຊິກພັກ ໄດ້ປະເພດແຂງ 89 ສະຫາຍ, ຍິງ 10 ສະຫາຍ, ບໍ່ໄດ້ແບ່ງ 4 ສະຫາຍ ຍ້ອນຍົກຍ້າຍມາໃໝ່, ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງໄດ້ປະເພດແຂງ ແລະ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຫ້ອງເສນາທິການ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ພ້ອມນັ້ນ ໃນກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງ ຂອງຂັ້ນເທິງ ວ່າດ້ວຍການມອບໃບຢັ້ງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ທັງ 4 ໜ່ວຍພັກ ແລະ ຜ່ານບົດບັນທືກຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025, ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026 ແລະ ພ້ອມກັນຂຶ້ນຈັບມືຮັບເອົາແຂ່ງຂັນ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ໄດ້ໂອ້ລົມເນັ້ນໃຫ້ເພີ່ມທະວີຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ມີຄວາມກະຕືລືລົ້ນ, ຫ້າວຫັນໃນການເຝິກຝົນຫຼໍ່ຫຼອມຕົນເອງ, ເອົາໃຈໃສ່ຍົກສູງພາລະບົດບາດຄວາມສາມັກຄີເປັນປຶກແຜ່ນ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ ເຮັດວຽກຕ້ອງມີລະບຽບແບບແຜນ ແລະ ມີການຕິດຕາມກວດກາ ແລະ ສະຫຼຸບລາຍງານ, ເພິ່ມທະວີບົດບາດການນຳພາຂອງພັກ ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ການຈັດຕັ້ງຢ່າງເລິກເຊິ່ງ, ຕັ້ງໜ້າຍູ້ແຮງຂະບວນການດ້ານຕ່າງໆ ໃຫ້ມີຄວາມຟົດຟື້ນ, ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ຢ່າງຫ້າວຫັນເພື່ອເສີມຂະຫຍາຍ ແລະ ຮັກສາມູນເຊຶ້ອໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
ໂດຍ: ນ ບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















