ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ກອງປະຊຸມທາບທາມຮ່າງດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2026-06-04 14:38:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 428 | ຄວາມນິຍົມ:



ກອງປະຊຸມທາບທາມຮ່າງດໍາລັດ ວ່າດ້ວຍກໍາລັງກອງຫຼອນ ແລະ ກໍາລັງປ້ອງກັນຕົວ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 3 ມິຖຸນາ 2026 ນີ້, ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຈັດຕະວາ ບຸນລ້ອມ ອຸດົມສຸກ ຫົວໜ້າກົມການທະຫານທ້ອງຖິ່ນ ແລະ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະຮັບຜິດຊອບມາຈາກກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາກອງບັນຊາການ ປກຊ-ປກສ ແຂວງ, ກອງພັນໃຫ່ຍ 646, ກອງພັນ 415, ໂຮງຮງນນາຍສິບ ເລກ 1, ໂຮງໝໍ 107, ກອງບັນຊາການ ທະຫານເມືອງ, ນະຄອນ, ອົງການປົກຄອງບ້ານ, ພະແນກການທີ່ກ່ຽວຂ້ອງ ແລະ ແຂກເຊີນມາຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງດໍາລັດ ວ່າດ້ວຍ ກໍາລັງກອງຫຼອນ ແລະ ກໍາລັງປ້ອງກັນຕົວ ເຊີ່ງປະກອບມີ 9 ພາກ, 11 ໝວດ, 68 ມາດຕາ ແລະ ຄໍາຖາມເຈາະຈີ້ມ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ພັດປ່ຽນກັນປະກອບຄໍາຄິດຄຳເຫັນໃສ່ຮ່າງດຳລັດ ເພື່ອກຳນົດເອົາຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາວຽກງານກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ເພື່ອໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະໄໝ ແນ່ໃສ່ເຮັດສຳເລັດໜ້າທີ່ໃນການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ພາຍໃນບ້ານ, ສຳນັກງານອົງການ, ລັດວິສາຫະກິດ, ໂຮງຈັກ, ໂຮງງານ ທີ່ເປັນຂອງລັດໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍ: ລີໂດ ດວງສະຫວັນ, ພາບ: ບຸນເພັງ+ທອງລິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ