ອົງການໄອຍະການທະຫານຂັ້ນສູງ ສ້າງຂະບວນການປູກຕົ້ນໄມ້
ເວລາອອກຂ່າວ: 2026-06-03 14:48:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 403 | ຄວາມນິຍົມ: ![]()
ວັນທີ 1 ມິຖຸນາ 2026 ນີ້, ອົງການໄອຍະການທະຫານຂັ້ນສູງ ໄດ້ສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ເຊີ່ງນຳພາໂດຍ ສະຫາຍ ພັນເອກ ລັດສະໝີ ຂັນອາສາ ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ລັດສະໝີ ຂັນອາສາ ໄດ້ກ່າວວ່າ: ການສ້າງຂະບວນການປູກຕົ້ນໄມ້ຄັ້ງນີ້, ເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ເພື່ອສ້າງສະພາບແວດລ້ອມໃຫ້ມີຄວາມຊຸ່ມຊື່ນ, ທັງເປັນການປົກປັກຮັກສາຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງ, ອຸດົມສົມບູນ, ຂຽວສົດງົດງາມ, ຊ່ວຍຕ້ານ, ຫຼຸດຜ່ອນຜົນກະທົບຈາກມົນລະພິດ ແລະ ໄພພິບັດທາງທໍາມະຊາດ. ພ້ອມກັນນັ້ນ, ກໍເປັນການປູກຈິດສໍານຶກ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ຄວາມສໍາຄັນຂອງການຮັກສາສິ່ງແວດລ້ອມ ໂດຍເນັ້ນໃສ່ການຢູ່ຮ່ວມກັນກັບທຳມະຊາດຢ່າງກົມກຽວ ແລະ ຍືນຍົງ.
ໂດຍ: ສິນໄຊ ອໍລະດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















