ມອບ-ຮັບ ໜ້າທີ່ ຫົວໜ້າການເມືອງ ວປກ ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2026-06-03 14:48:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 387 | ຄວາມນິຍົມ: ![]()
ພິທີ ມອບ-ຮັບ ໜ້າທີ່ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ລະຫວ່າງ ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວປກ (ຜູ້ເກົ່າ) ແລະ ສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2026 ນີ້, ໂດຍມີຄະນະພັກ-ຄະນະອໍານວຍການ, ຄະນະພັກ-ຄະນະບັນຊາ ບັນດາຫົວໜ່ວຍອົງການ, ກົມກອງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ປອ ວັນໄຊ ທຸມພະລາ ຮອງຫົວໜ້າກົມການເມືອງ ວປກ ໄດ້ຜ່ານບົດບັນທຶກໂດຍຫຍໍ້ໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ຂອງສະຫາຍ ຫົວໜ້າການເມືອງ ທີ່ໄດ້ດຳລົງຕຳແໜ່ງ ເປັນຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານຕ່າງໆ ຕາມພາລະບົດບາດ, ໜ້າທີ່ຕາມການມອບໝາຍ ເຊິ່ງສາມາດສ້າງໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນ ແລະ ມີຄວາມສະຫງົບ, ມີການພັດທະນາໃນທຸກດ້ານ, ໂດຍສະເພາະວຽກໂຄສະນາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານນະໂຍບາຍ, ປະກັນສັງຄົມ, ວຽກງານກວດກາ, ປ້ອງກັນພາຍໃນ, ໄອຍະການ, ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານບັນຊາ, ວຽກງານພະລາທິການ-ເຕັກນິກ ໃນການປັບປຸງສ້ອມແປງພື້ນຖານໂຄງລ່າງ ແລະ ວຽກງານພົວພັນຕ່າງປະເທດ ເຮັດໃຫ້ສະມາຊິກພັກ-ພະນັກງານ-ນັກຮົບ ທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ມີແນວຄິດການເມືອງໜັກແໜ້ນ.
ຈາກນັ້ນ, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ຕໍ່ຄະນະພັກ-ຄະນະບັນຊາ, ຄູ-ອາຈານ ໃນຕະຫຼອດໄລຍະທີ່ດຳລົງຕຳແໜ່ງຜ່ານມາ, ພ້ອມທັງ ກ່າວມອບໜ້າທີ່ໃຫ້ສະຫາຍຫົວໜ້າການເມືອງ (ຜູ້ໃໝ່) ຢ່າງເປັນທາງການ.
ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ໄດ້ກ່າວຮັບໜ້າທີ່ ພ້ອມທັງກ່າວວ່າ: ຈະໃຊ້ທຸກຄວາມຮູ້, ຄວາມສາມາດ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ໃຫ້ດີທີ່ສຸດ ຕາມທິດຊີ້ນໍາ ຂອງຂັ້ນເທິງໃຫ້ມີຜົນສໍາເລັດ ແລະ ມີບາດກ້າວອັນໃຫມ່. ຈາກນັ້ນ, ກໍໄດ້ພ້ອມກັນລົງນາມບົດບັນທຶກການມອບ-ຮັບ ໜ້າທີ່ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.
ໂດຍ: ເຂັງພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















