ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

8 ທີມທີ່ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເຕະບານ​ຊາຍ ຮຸ່ນ​ອາຍຸ​ບໍ່​ເກີນ 19 ປີ ຊີງ​ຂັນ ​ສຕລ ປະຈຳ​ປີ 2026
ເວລາອອກຂ່າວ: 2026-06-03 09:34:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 217 | ຄວາມນິຍົມ:



8 ທີມທີ່ເຂົ້າ​ຮ່ວມ​ຊີງ​ໄຊ​ ໃນການ​ແຂ່ງຂັນ​ເຕະບານ​ຊາຍ ຮຸ່ນ​ອາຍຸ​ບໍ່​ເກີນ 19 ປີ ຊີງ​ຂັນ​ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ (​ສຕລ) ປະຈຳ​ປີ 2026 ເລີ່ມ​ວັນ​ທີ 27 ມິຖຸນາ​ນີ້ ປະກອບ​ມີ: 1. ເອ​ສະ​ຣາ (ແຊັມ​ເກົ່າ), 2. ຊ້າງ​ນ້ອຍ , 3. ມາ​​ສ​ດ້າ ຈີ​ບີ, 4. ກອງທັບ, 5. ສາລະ​ວັນ ຢູ​ໄນ​ເຕັດ, 6. ນ້ຳ​ທາ ຢູ​ໄນ​ເຕັດ, 7. ບີ​ໄອ​ເອ​​ັສ , 8. ສະຫວັນ​ນະ​ເຂດ. ຮູບ​ແບບ​ການ​ແຂ່ງຂັນ ພົບ​ກັນ​ໝົດ 1 ຮອບ ເພື່ອ​ສະ​ສົມ​ຄະແນນ, ແລ້ວ​ຄັດ​ເອົາ​ອັນ​ດັບ 1-4 ເຂົ້າ​ຮອບ​ຮອງ​ຊະນະ​ເລີດ (SEMI FINAL) ແລະ ຈົກ​ສະຫຼາກ​ຈັບ​ຄູ່​ແຂ່ງຂັນ ເສຍ​ຄັດ​ອອກ ( Knock-Out ), ທີມ​ຊະນະ​ຜ່ານ​ເຂົ້າ​ສູ່​ຮອບ​ຊີງ​ຊະນະ​ເລີດ ສ່ວນ​ທີມ​ທີ່​ເສຍ​ແມ່ນ​ຊີງ​ອັນ​ດັບ 3, ທຸກ​ນັດ​ແຂ່ງຂັນ​ທີ່​ສູນ​ເຝິກ​ບານເຕະ​ແຫ່ງ​ຊາດ ຫ້ວຍ​ຫົງ ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ ສະໜາມ 1 ແລະ ສະໜາມ 2. ການ​ແຂ່ງຂັນ​ແບ່ງ​ເປັນ 2 ໄລຍະ​ຄື: ໄລຍະ​ທີ 1 ວັນ​ທີ 27 ມິຖຸນາ-6 ກໍລະກົດ 2026 ແລະ ໄລຍະ​ທີ 2 ວັນ​ທີ 13-26 ກໍລະກົດ 2026. ສຳລັບ​ລາງວັນ ທີມ​ຊະນະ​ເລີດ ຈະ​ໄດ້​ຮັບ​ຂັນ​ແຊັມ, ຫຼຽນ​ລາງວັນ ແລະ ເງິນ​ລາງວັນ​ຈຳນວນ 100 ລ້ານ​ກີບ, ອັນ​ດັບ 2 ໄດ້​ຮັບ​ຫຼຽນ​ລາງວັນ ແລະ ເງິນ​ລາງວັນ 25 ລ້ານ​ກີບ, ອັນ​ດັບ 3 ໄດ້​ຮັບ​ຫຼຽນ​ລາງວັນ ແລະ ເງິນ​ລາງວັນ 15 ລ້ານ​ກີບ. ນອກຈາກ​ນີ້, ຍັງ​ມີ​ລາງວັນ​ປະເພດ​ບຸກຄົນ​ເຊັ່ນ: ລາງວັນ​ນັກ​ກິລາ​ດີເດັ່ນ, ລາງວັນ​ຜູ້ຍິງ​ປະຕູ​ຫຼາຍ​ສຸດ, ລາງວັນ​ຜູ້​ຮັກສາ​ປະຕູ​ດີເດັ່ນ ແລະ ລາງວັນ​ຄູ​ເຝິກ​ດີເດັ່ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ