ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ທີມ​ຊາດ​ຍີ່ປຸ່ນ ຊຸດ​ບານ​ໂລກ 2026 ໜ້າ​ເສຍດາຍ​ບໍ່​ມີ ມິ​ໂຕ​ມະ ແລະ ມິ​ນາ​ມິ​ໂນະ ເນື່ອງ​ຈາກ​ມີອາການບາດເຈັບ
ເວລາອອກຂ່າວ: 2026-06-03 09:33:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ:



ຄູ​ເຝິກ ຮາ​ເຈ​ມິ ໂມ​ຣິ​ຢາ​ຊຸ ນຳ​ທີມ​ໄປ ບານ​ໂລກ ຮອບ​ສຸດ​ທ້າຍ ເປັນ​ຄັ້ງ​ທີ 2 ຕິດຕໍ່​ກັນ ໄດ້​ປະກາດ​ລາຍ​ຊື່​ຂຸນ​ພົນ​ຊາ​ມູ​ໄຣ ລຸຍ​ບານ​ໂລກ​ຄັ້ງ​ນີ້ ບໍ່​ມີ ຄາ​ໂອ​ຣຸ ມິ​ໂຕ​ມະ ກອງ​ກາງ​ຈາກ​ໄບຣ​ຕັ້ນ ແລະ ທາ​ກຸ​ມິ ມິ​ນາ​ມິ​ໂນະ ກອງ​ກາງ​ຈາກ​ໂມ​ນາ​ໂຄ ເນື່ອງ​ຈາກ​ບາດເຈັບ​ທັງ​ສອງ, ຕອນ​ນີ້ ໄດ້​ປະກາດ​ອອກ​ມາ 27 ຄົນ ສ່ວນ​ໃຫຍ່​ຫຼິ້ນ​ໃນ​ລີກ​ເອີ​ຣົບ ທັງ​ອັງກິດ, ເຢຍ​ລະ​ມັນ, ໂຮນ​ລັງ, ຝຣັ່ງ, ອີ​ຕາ​ລີ, ແອັດ​ສະ​ປາຍ, ສະ​ກັອດ​ແລນ, ແບນ​ຊິກ, ດານ​ມາກ ແລະ ສະຫະລັດ ອາ​ເມ​ຣິ​ກາ ມີ​ພຽງ 3 ຄົນ ຫຼິ້ນ​ໃນ​ລີກ​ຍີ່ປຸ່ນ. ກອງ​ໜ້າ ນຳ​ໂດຍ: ໄດ​ເຊັນ ມາ​ເອ​ດະ ຈາກ​ເຊວ​ຕິກ, ອາ​ຢາ​ເຊະ ອູ​ເອ​ດະ ຈາກ​ເຟ​ເຢນ​ຣູດ ແລະ ຢູ​ອີ​ໂຕະ ຊູ​ຊູ​ກິ ຈາກ​ໄຟຣ​ບວກ. ກອງ​ກາງ ນຳ​ໂດຍ: ວາຕາ​ຣຸ ເອັນ​ໂດະ ຈາກ​ລີ​ເວີ​ພູ​​ລ ເປັນ​ຫົວໜ້າ​ທີມ​ຊຸດ​ນີ້, ໄດ​ຈິ ກາ​ມະ​ດະ ຈາກ​ຄຣິ​​ສ​ຕັນ ພາ​ເລດ, ອາ​ໂອະ ທາ​ນາ​ກະ ຈາກ​ລີດ ຢູ​ໄນ​ເຕັດ, ທາ​ເຄ​ຟຸ​ສະ ກູ​ໂບະ ຈາກ​ຣຽວ ໂຊ​ເຊຍ​ແດັດ ແລະ ຣິດ​ສຸ ໂດ​ອັນ ຈາກ​ໄອ​ແທັກ ແຟັງ​ເຟີດ. ກອງ​ຫຼັງ ນຳ​ໂດຍ: ຢູ​ໂຕະ ນາ​ກາ​ໂຕ​ໂມະ ຈາກ​ເອ​​ັຟ​ຊີ ໂຕ​ກຽວ ອະດີດ​ກອງ​ຫຼັງ ອິນ​ເຕີ ມິ​ລານ ໄວ 39 ປີ, ຮິ​ໂຣ​ກິ ອີ​ໂຕະ ຈາກ​ບາ​ເຢິນ ມິວ​ນິກ, ຊຶ​ໂຢ​ຊິ ວາຕາ​ນາ​ເບະ ຈາກ​ເຟ​ເຢນ​ຣູດ ແລະ ມາ​ຢະ ໂຢ​ຊິ​ດະ ຈາກ​ເອວ​ເອ ກາ​ແລັກ​ຊີ້ ອະດີດ​ກອງ​ຫຼັງ ເຊົາ​ແທ່ມ​ຕັນ ໄວ 37 ປີ. ຜູ້​ຮັກສາ​ປະຕູ 3 ຄົນ ນຳ​ໂດຍ: ຊີ​ອົງ ຊູ​ຊູ​ກິ ຊອດ​ກາ​ນ້າ ຈາກ​ສະໂມສອນ​ປາ​​ຣ​ມ້າ ແລະ ເຄ​ຊູ​ເກະ ໂອຊາ​ໂກະ ຈາກ​ຊານ​ເຟ​ເຊ້ ຮິ​ໂຣ​ຊິ​ມ້າ. ບານ​ໂລກ 2026 ທີມ​ຊາດ​ຍີ່ປຸ່ນ ຢູ່​ກຸ່ມ F ຮ່ວມ​ກັບ ໂຮງ​ລັງ, ຊູ​ແອັດ ແລະ ຕູ​ນີ​ຊີ. ນັດ​ທຳ​ອິດ ຈະ​ພົບ​ກັບ ໂຮນ​ລັງ ວັນ​ທີ 14 ມິຖຸນາ, ນັດ​ທີ​ສອງ ພົບ​ກັບ ຕູ​ນີ​ຊີ ວັນ​ທີ 20 ມິຖຸນາ ແລະ ນັດ​ທີ​ສາມ ພົບ​ກັບ ຊູ​ແອັດ ວັນ​ທີ 25 ມິຖຸນາ, ແຕ່​ກ່ອນ​ລຸຍ​ບານ​ໂລກ ຈະ​ອຸ່ນ​ເຄື່ອງ​ໜຶ່ງ​ນັດ ພົບ​ກັບ ອິດ​ສະ​ລັງ ວັນ​ທີ 31 ພຶດສະພາ. ຜົນງານ​ຂອງ ຍີ່ປຸ່ນ ໃນ​ບານ​ໂລກ​ຄັ້ງ​ຜ່ານ​ມາ ປີ 2022 ທີ່​ກາ​ຕ້າ ຕົກ​ຮອບ 16 ທີມ​ສຸດ​ທ້າຍ ເສຍ​ໃຫ້ ໂຄຣ​ອາຊີ ​ດ້ວຍ​ການ​ດວນ​ຈຸດ​ໂທດ 1-3 ເວລາ​ປົກກະ ຕິ​ກັບ​ການ​ຕໍ່​ເວລາ​ພິເສດ​ສະເໝີ​ກັນ 1-1.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ