ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ລີ​ເວີ​ພູ​​ລ ປະກາດ​ແຍກ​ທາງ​ກັບ ອາ​​ຣ​ເນ່ ສະ​ລັອດ ຜູ້​ຈັດການ​ທີມ ຊາວ ໂຮນ​ລັງ
ເວລາອອກຂ່າວ: 2026-06-03 09:32:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ:



ສະໂມສອນ ລີ​ເວີ​ພູ​​ລ ປະກາດ​ແຍກ​ທາງ​ກັບອາ​​ຣ​ເນ່ ສະ​ລັອດ ຜູ້​ຈັດການ​ທີມ ຊາວ​ເນ​ເທີ​ແລນ (ໂຮນ​ລັງ) ອາຍຸ 47 ປີ, ຫຼັງ​ຈາກ​ຜົນງານ​ໃນ ພຣີ​ເມ່ຍ​ລີກ ອັງກິດ ລະດູ​ການ​ນີ້ 38 ນັດ ຊະນະ 17 ສະເໝີ 9 ເສຍ 12 ມີ 60 ຄະແນນ ຈົບ​ອັນ​ດັບ 5 ໄດ້​ສິດ​ໄປ ຢູ​ຟາ ແຊັມ​ປຽນ​ລີກ ເປັນ​ທີມ​ສຸດ​ທ້າຍ, ແຕ່​ຮູບ​ແບບ​ການ​ຫຼິ້ນ ບໍ່​ດີ​ຄື​ລະດູ​ການ​ຜ່ານ​ມາ ເຮັດ​ໃຫ້​ແຟນ​ບານ​ຫຼາຍ​ລ້ານ​ຄົນ ລົງ​ຊື່​ໃຫ້​ສະໂມສອນ ປົດ​ອອກ​ຈາກ​ຕ່ຳ​ແໜ່ງ. ສຳລັບ ອາ​​ຣ​ເນ່ ສະ​ລັອດ ເຂົ້າ​ຄຸມ​ທີມ​ຫົງ​ແດງ ວັນ​ທີ 1 ມິຖຸນາ 2024 ຕໍ່​ຈາກ ເຈີ​ເກັນ ຄັອບ ຜູ້​ຈັດການ​ທີມ​ຊາວ​ເຢຍ​ລະ​ມັນ, ຄຸມ​ທີມ​ທັງ​ໝົດ 113 ນັດ ຊະນະ 66 ສະເໝີ 19 ເສຍ 28 ຍິງ​ໄດ້ 219 ປະຕູ ແລະ ເສຍ​ປະຕູ 129 ປະຕູ ສະເລ່ຍ​ໂອກາດ​ຊະນະ 58,41 % ພາ​ທີມ​ຄວ້າ​ແຊັມ ພຣີ​ເມຍ​ລີກ ອັງກິດ ລະດູ​ການ 2024/25 ໂດຍ​ມີ​ຂ່າວ​ວ່າ ອັນ​ໂດ​ນີ້ ອີ​ຣາ​ໂອ​ລ້າ ຄູເຝິກ​ຊາວ​ສະ​ເປນ (ແອ​​ັສ​ປາຍ) ອາຍຸ 43 ປີ ອະດີດ​ຜູ້​ຈັດການ​ທີມ ບອນ​ມັດ ຈະ​ເຂົ້າ​ມາ​ເປັນ​ຜູ້​ຈັດການ​ທີມ​ຄົນ​ໃໝ່​ຂອງຫົງ​ແດງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ