ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ຫວຽດນາມ-ຟີ​ລິບ​ປິນ ​ຍົກ​ລະດັບ​ການ​ພົວພັນ​ຮ່ວມ​ມືແບບຍຸດທະສາດ​
ເວລາອອກຂ່າວ: 2026-06-03 09:29:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 187 | ຄວາມນິຍົມ:



ໃນ​ການ​ຢ້ຽມຢາມ​ທາງ​ລັດ​ຖະ​ກິດ ຟີ​ລິບ​ປິນ, ວັນ​ທີ 1 ມິຖຸນາ, ທ່ານ ໂຕ​ເລິມ ເລຂາທິການ​ໃຫຍ່, ປະທານ​ປະເທດ​ຫວຽດນາມ ໄດ້​ດຳເນີນ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ ເຟີ​ດິນ​ແນນ ໂຣ​ມູນ​ເຣດ ມາ​ຄອດ ປະທານາທິບໍດີ ຟີ​ລິບ​ປິນ. ການ​ພົບ​ປະ​ສອງ​ຝ່າຍ, ການ​ນຳ​ຂອງສອງປະເທດໄດ້​ ສະແດງ​ຄວາມ​ປິ​ຕິ​ຊົມຊື່ນ​ຕໍ່​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ ແລະ ມີ​ປະ​ສິດທິ​ຜົນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະເທດ ນັບ​ແຕ່​ໄດ້​ຮັບ​ການ​ສ້າງຕັ້ງ​ໃນ​ປີ 2015, ພິເສດ​ແມ່ນ​ພາຍຫຼັງ​ການ​ຢ້ຽມຢາມ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ປະທານາທິບໍດີ ຟີ​ລິບ​ປິນ ເຖິງ​ຫວຽດນາມ ໃນ​ເດືອນ​ມັງກອນ 2024. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ອອກ​ຖະແຫຼງການ​ຮ່ວມ ວ່າ​ດ້ວຍ​ການ​ຍົກ​ລະດັບ​ການ​ພົວພັນ ຫວຽດນາມ-ຟີ​ລິບ​ປິນ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະວີ, ເປີດ​ສັງກາດ​ພັດທະນາ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ. ຂອບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະວີ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ສົມທົບ​ກັນ​ສ້າງ​ໂຄງການ​ດຳເນີນ​ງານ​ຜັນ​ຂະຫຍາຍ​ຂອບ​ການ​ພົວພັນ​ໃໝ່​ໃນ​ໄລຍະ​ຈະ​ມາ​ເຖິງ; ເຫັນ​ດີ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການເມືອງ, ປັບປຸງ​ພື້ນຖານ​ຍຸດ​ທະ​ສາດ​ອັນ​ໝັ້ນ​ແກ່ນ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະເທດ ໂດຍ​ຜ່ານ​ການ​ເພີ່ມ​ທະວີ​ການ​ພົບ​ປະ, ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ເສີມ​ຂະຫຍາຍ​ກົນ​ໄກ​ຮ່ວມ​ມື, ເພີ່ມ​ທະວີ​ການ​ພົວພັນ​ໃນ​ບັນດາ​ຊ່ອງ​ທາງ ແລະ​ລະຫວ່າງ​ທຸກ​ຂັ້ນ, ທຸກ​ຂະແໜງການ ແລະ​ທ້ອງຖິ່ນ​ຂອງ​ສອງ​ປະເທດ. ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ແລະ​ສາກົນ, ການ​ນຳ​ສອງ​ປະເທດ ຢືນຢັນ​ຈະ​ສືບຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ເຊິ່ງ​ກັນ ແລະ​ກັນ​ຢູ່​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ເປັນຕົ້ນ​ແມ່ນ​ສະຫະ​ປະຊາ​ຊາດ ແລະ​ອາ​ຊຽນ. ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ ແລະ​ຄວາມ​ເສລີ​ໃນ​ການ​ເດີນ​ທະເລ, ການບິນ; ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະເລ (UNCLOS) ປີ 1982; ຕັ້ງໜ້າ​ສົມທົບ​ກັບ​ບັນດາ​ປະເທດ​ອາ​ຊຽນ ຊຸກຍູ້​ການ​ເຈລະຈາ​ກ່ຽວ​ກັບ​ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະເລ​ຕາເວັນ​ອອກ (COC) ຢ່າງ​ມີ​ປະ​ສິດທິ​ຜົນ, ແທດ​ຈິງ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ພິເສດ​ແມ່ນ UNCLOS ປີ 1982. ການ​ນຳ​ສອງ​ປະເທດ ເຫັນ​ດີ​ຊຸກຍູ້​ບັນດາ​ກະຊວງ, ຂະແໜງການ ແລະ​ທ້ອງຖິ່ນ​ສອງ​ປະເທດ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ສອງ​ປະເທດ​ຢ່າງ​ມີ​ປະ​ສິດທິ​ຜົນ, ປະກອບສ່ວນ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະວີ ຫວຽດນາມ-ຟີ​ລິບ​ປິນ ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່. ພາຍຫຼັງ​ການ​ພົບ​ປະ, ສອງ​ທ່ານ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ ແລະ​ມອບ​ຮັບ​ເອກະສານ​ຮ່ວມ​ມື​ຫຼາຍ​ສະບັບ​ໃນ​ຂົງເຂດ​ປ້ອງ​ກັນ​ຊາດ, ບຳລຸງ​ສ້າງ ແລະ​ການທ່ອງທ່ຽວ​ຕຶ່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ