WHO ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີສະກັດກັ້ນ ການແຜ່ລະບາດຂອງໂລກລະບາດ ອີໂບລາ
ເວລາອອກຂ່າວ: 2026-06-03 09:18:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ: ![]()
ສຳນັກຂ່າວ ບີບີຊີ ລາຍງານໃນວັນທີ 1 ມິຖຸນາ 2026 ນີ້ວ່າ: ທ່ານ ທີຣອດ ແອຮານອບ ກາບຽວຢາຊຸດ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດ ອີໂບລາ ຢ່າງຮ້າຍແຮງ ຢູ່ ສປ.ກົງໂກ, ໃນສະພາບການທີ່ຈຳນວນຜູ້ສົງໄສຕິດເຊື້ອ ແລະ ເສຍຊີວິດສືບຕໍ່ເພີ່ມຂຶ້ນ.
ໃນການປະຕິບັດງານຢູ່ນະຄອນບູເນຍ, ເມືອງເອກແຂວງແອວຕາລີ, ເຂດໃຈກາງຂອງໂລກລະບາດໃນປັດຈຸບັນ, ທ່ານ ໃຫ້ຮູ້ຕື່ມອີກວ່າ ປະຊາຄົມສາກົນພວມໜູນຊ່ວຍລັດຖະບານ ສປ.ກົງໂກ ຮັບມືກັບໂລກລະບາດ. ເຖິງຢ່າງໃດກໍຕາມ, ທ່ານເນັ້ນໜັກວ່າ ຕ້ອງມີແຫຼ່ງການເງິນຈາກບັນດາປະເທດ ກໍຄືການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຄົມທ້ອງຖິ່ນ, ລວມມີຄວາມມານະພະຍາຍາມຕ້ານຂ່າວບໍ່ມີມູນຄວາມຈິງ ແລະຈິດຕະສາດບໍ່ເຊື່ອໝັ້ນຕໍ່ບັນດາມາດຕະການທາງການແພດ. ແລະ ຮຽກຮ້ອງໃຫ້ບັນດາປະເທດທີ່ໄດ້ຈັດວາງຄຳສັ່ງຈຳກັດການ ໄປມາ ຫຼື ປິດ ປະຕູດ່ານຊາຍແດນ ຍ້ອນມີຄວາມວິຕົກກັງວົນຕໍ່ໂລກລະບາດ Ebola ນັ້ນພິຈາລະຈາຄືນບັນດາມາດຕະການນີ້, ພ້ອງທັງເນັ້ນໜັກເຖິງຄວາມສ່ຽງເຮັດໃຫ້ວຽກງານຮັບມືສັບສົນຂຶ້ນຕື່ມ ແລະ ກີດກັ້ນຄວາມໂປ່ງໃສ, ການຮ່ວມມືທີ່ຈຳເປັນເພື່ອຄວບຄຸມໂລກລະບາດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















