ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ອາ​ເມ​ຣິ​ກາ ​ກຽມພ້ອມ​ທີ່​ໂຈມ​ຕີ​ຕໍ່ອີຣານ ​ຄືນໃໝ່ ຖ້າ​ການ​ເຈລະຈາ​ບໍ່​ໄດ້​ຮັບ​ຜົນ
ເວລາອອກຂ່າວ: 2026-06-03 09:17:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ:



ທ່ານ ໂດ​ນັນ ທຣຳ ປະ ທານນາທິບໍດີ​ ອາ​ເມ​ຣິ​ກາ ​ກ່າວ​ວ່າ: ປັດຈຸບັນ​ນີ້, ອາ​ເມ​ຣິ​ກາ ແລະ ອີ​ຣານ​ໃກ້​ຈະ​ບັນລຸ​ສັນຍາ​ທີ່​ດີ​ຫຼາຍ. ແຕ່​ຖ້າວ່າ​ບໍ່​ສາມາດ​ບັນລຸ​ສັນຍາ​ດັ່ງກ່າວ​ໄດ້, ທ່ານ​ຈະ​ຮຽກຮ້ອງ​ໃຫ້​ກະຊວງ​ສົງຄາມ ກໍ​ຄື ກະຊວງ​ປ້ອງ​ກັນ​ປະເທດ​ອາ​ເມ​ຣິ​ກາ​ມີ​ສ່ວນ​ຮ່ວມ​ນຳ. ທ່ານ ໂດ​ນັນ ທຣຳ ກ່າວ​ຕື່ມ​ວ່າ: ຜ່ານ​ການ​ລົງ​ນາມ​ໃນ​ສັນຍາ, ພວກ​ເຮົາ​ສາມາດ​ຮັບປະກັນ​ການ​ເດີນ​ເຮືອ​ຢູ່​ຊ່ອງ​ແຄບ​ໂຮ​ມຸ​​ສ ແລະ ຮັບປະກັນ​ໃຫ້​ອີ​ຣານ​ປອດ​ອາວຸດ​ນິວ​ເຄລຍ​ເປັນຕົ້ນ.     ໃນ​ມື້​ດຽວ​ກັນ, ທ່ານ ປີ​ເຕີ ບຣຽນ ແຮກ​ແຊັດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຈະ​ພະຍາຍາມ​ໃຫ້ການ​ເຈລະຈາ​ລະຫວ່າງ​ອາ​ເມ​ຣິ​ກາ ແລະ ອີ​ຣານ​ບັນລຸ​ສັນຍາ, ແຕ່​ຖ້າ​ການ​ເຈລະຈາ​ບໍ່​ໄດ້​ຮັບ​ຜົນ, ອາ​ເມ​ຣິ​ກາ​ກຽມພ້ອມ​ທີ່​ຈະ​ດຳເນີນ​ການ​ໂຈມ​ຕີ​ດ້ານ​ການ​ທະຫານ​ຄືນໃໝ່.     ເດືອນ​ກຸມພາ​ປີ​ນີ້, ອາ​ເມ​ຣິ​ກາ ແລະ​ອິດ​ສະ​ຣາ​ແອນ​ໄດ້​ຮ່ວມ​ກັນ​ໂຈມ​ຕີ​ອີ​ຣານ, ຕໍ່​ມາ​ອາ​ເມ​ຣິ​ກາ​ໄດ້​ອັດ​ຕັນ​ທ່າ​ກຳປັ່ນ​ຂອງ​ອີ​ຣານ, ສ່ວນ​ອີ​ຣານ​ໄດ້​ດຳເນີນ​ການ​ຄວບ​ຄຸມ​ພິເສດ​ຕໍ່​ການ​ເດີນ​ເຮືອ​ຜ່ານ​ຊ່ອງ​ແຄບ​ໂຮ​ມຸ​​ສ, ການ​ປະ​ທະ​ກັນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ແລະ​ບາດເຈັບ​ຈຳນວນ​ຫຼວງຫຼາຍ, ລາຄາ​ພະລັງງານ​ໃນ​ທົ່ວ​ໂລກ​ກໍ​ໄດ້​ຖີບ​ສູງ​ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ