ສຳເລັດກອງປະຊຸມໃຫຍ່ຂອງສະມາຊິກພັກ ຄັ້ງທີ V ອົງຄະນະພັກ ສກລ
ເວລາອອກຂ່າວ: 2026-06-03 09:12:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 215 | ຄວາມນິຍົມ: ![]()
ກອງປະຊຸມໃຫຍ່ຂອງສະ ມາຊິກພັກ ຄັ້ງທີ V ອົງຄະນະພັກສູນກາງສະຫະພັນກຳມະບານລາວ (ສກລ) ຈັດຂຶ້ນວັນທີ 28 ພຶດສະພາ 2026 ທີ່ ສກລ, ໂດຍການເປັນປະທານຂອງ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານສູນກາງສະຫະພັນກຳມະບານລາວ ເປັນກຽດເຂົ້າຮ່ວມຂອງສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄະນະປະທານກອງປະຊຸມໃຫຍ,່ ແຂກຖືກເຊີນ ແລະ ພະນັກງານສະມາຊິກພັກ.
ສະຫາຍ ຄຳຜອຍ ວັນນະສານ ໄດ້ກ່າວເປີດກອງປະຊຸມບາງຕອນວ່າ ເພື່ອທົບທວນຄືນໃຫ້ເຫັນດ້ານດີ ຜົນງານ ໄຊຊະນະທີ່ພວກເຮົາຍາດມາໄດ້ໃນ 5 ປີ ຜ່ານມາ ພ້ອມທັງຕີລາຄາ ດ້ານອ່ອນ, ຂໍ້ຄົງຄ້າງ ສາຍເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນຊຸມປີຜ່ານມາ ແລະ ພ້ອມກັນຄົ້ນຄວ້າຮັບຮອງເອົາທິດທາງແຜນການ ຄາດໝາຍ ແລະ ໜ້າທີ່ໃນຊຸມປີຕໍ່ໜ້າ ຄຽງຄູ່ກັບການຄົ້ນຄວ້າພິຈາລະນາຮັບຮອງເອົາບັນດາເນື້ອໃນຂອງກອງປະຊຸມໃຫຍ່ ພ້ອມທັງປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກ ສກລ ສະໄໝທີ V ເພື່ອສືບຕໍ່ເປັນຫຼັກແຫຼ່ງແກ່ນ ສານນຳພາ-ຊີ້ນຳວຽກງານຮອບດ້ານຢູ່ ສກລ ຕໍ່ໄປ ແລະ ສືບຕໍ່ນຳພາຈັດຕັ້ງປະຕິບັດແນວທາງ ປ່ຽນແປງໃໝ່ຂອງພັກໃຫ້ເຂົ້າສູ່ລວງເລິກ ແຂງແຮງກວ່າເກົ່າ ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ ແລະ ມີຜົນສຳເລັດ
ໃນກອງປະຊຸມ ສະຫາຍ ພອນສານ ວິໄລເມັ້ງ ຄະນະບໍລິ ຫານງານພັກ ຮອງປະທານ ສກລ ໄດ້ຜ່ານບົດລາຍງານການເມືອງ ໂດຍໄດ້ຍົກໃຫ້ເຫັນຜົນງານທີ່ ພົ້ນເດັ່ນໃນໄລຍະ 5 ປີຜ່ານມາ ຈຸດອ່ອນຂໍ້ ຄົງຄ້າທີ່ຈະຕ້ອງສືບ ຕໍ່ແກ້ໄຂໃນຕໍ່ໜ້າ ແລະ ຍົກໃຫ້ເຫັນທິດທາງແຜນການຕໍ່ໜ້າ.
ໃນກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານ ງານພັກ ສກລ ສະໄໝທີ V ມີຜູ້ ສະໝັກ 12 ສະຫາຍ ຍິງ 6 ສະ ຫາຍ ເລືອກເອົາ 9 ສະຫາຍ ໃນກອງປະຊຸມຄັ້ງປະຖົມມະເລີກໄດ້ເປັນເອກະພາບເລືອກເອົາສະ ຫາຍ ຄຳຜອຍ ວັນນະສານ ເປັນເລຂາຄະນະບໍລິຫານງານພັກ ສະຫາຍ ວິໄລ ວົງຂະເສີມ ເປັນຮອງເລຂາຄະນະບໍລິຫານງານພັກທັງເປັນປະທານກວດກາພັກ, ສະຫາຍນາງ ສາຍປານີ ສົມຊະ ນິດ ເປັນຮອງປະທານກວກາພັກ
ໂອກາດນີ້ ກໍໄດ້ຮັບຟັງການໂອ້ລົມຂອງສະຫາຍ ກິແກ້ວ ໄຂຄຳພິທູນ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















