ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ຈັດ​ພິທີ​ປູກ​ຕົ້ນໄມ້​ສະເຫຼີມສະຫຼອງ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ ແລະ ວັນເດັກນ້ອຍ​ສາກົນ ປະຈຳ​ປີ 2026
ເວລາອອກຂ່າວ: 2026-06-03 09:11:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ:



ກະຊວງ​ກະສິກຳ ແລະ ສິ່ງ ແວດລ້ອມ ຮ່ວມ​ກັບ ອົງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ ຈັດ​ພິທີ​ປູກ​ຕົ້ນໄມ້ ເນື່ອງ​ໃນ​ໂອ ກາດ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ (1 ມິຖຸນາ) ຄົບຮອບ 46 ປີ ວັນ​ເດັກນ້ອຍ​ສາກົນ ແລະ ວັນ​ສິ່ງແວດ ລ້ອມ​ແຫ່ງ​ຊາດ (5 ມິຖຸນາ) ຄົບຮອບ 27 ປີ ຈັດ​ຂຶ້ນ​ວັນ​ທີ 31 ພຶດສະພາ 2026 ທີ່​ສວນ​ເຈົ້າ​ອາ​ນຸ​ວົງ ບ້ານ​ຊຽງ​ຍືນ ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດ ຖະມົນຕີ ແຫ່ງ ​ສປປ ລາວ, ທ່ານ ປອ ລິນ​ຄຳ ດວງ​ສະຫວັນ ລັດຖະມົນຕີ​ກະຊວງ​ກະສິກຳ ແລະ ສິ່ງ ແວດລ້ອມ ທ່ານ ສີ​ລິ​ລາດ​ທົງ​ສິນ ທອງ​ເພັງ ປະທານ​ຄະນະ​ກຳມະ ການ​ປົກຄອງ ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ບັນດາ​ທ່ານ​ລັດ ຖະມົນຕີ, ຮອງ​ລັດ​ຖະມົນຕີ, ຄະ ນະ​ນຳ​ອົງການ​ປົກຄອງ​ນະຄອນ ຫຼວງ​ວຽງ​ຈັນ, ທູຕາ​ນຸທູດ, ຄູ່​ຮ່ວມ​ພັດທະນາ, ຜູ້​ປະກອບ​ການ, ປະຊາຊົນ ແລະ ນ້ອງ​ນ້ອຍ​ເຍົາ ວະ​ຊົນ-ຊາວ​ໜຸ່ມ ເຂົ້າ​ຮ່ວມ. ໃນ​ພິທີ ທ່ານ ​ປອ ລິນ​ຄຳ ດວງ​ສະຫວັນ ໄດ້​ຕາງໜ້າ​ຄະນະ​ຮັບ ຜິດ​ຊອບ ກ່າວ​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ປະຫວັດ​ຄວາມ​ເປັນ​ມາ ແລະ ຜົນ​ການຈັດຕັ້ງ​ປະຕິບັດ​ງານ​ປູກ​ໄມ້​ໃນ​ໄລຍະ​ຜ່ານ​ມາ ພັກ ແລະ ລັດຖະບານ ໄດ້​ກຳນົດ​ເອົາ​ວັນ​ທີ 1 ມິຖຸນາ ເປັນ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ ນັບ​ແຕ່​ປີ 1980 ເປັນຕົ້ນ​ມາ ເພື່ອ​ປູກ​ຈິດ​ສຳນຶກ​ໃຫ້​ທົ່ວ​ສັງຄົມ ໂດຍ​ສະເພາະ​ແມ່ນ​ອະນຸຊົນ ແລະ ເຍົາວະ​ຊົນ ໃຫ້​ເຫັນ​ໄດ້​ເຖິງ​ຄວາມ​ສຳຄັນ​ຂອງ​ປ່າໄມ້ ທັງ​ເປັນ​ການ​ປຸກລະດົມ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ໃນ​ການ​ຄຸ້ມ​ຄອງ ປົກ​ປັກ​ຮັກສາ ແລະ ພັດທະ​ນາ​ປ່າໄມ້​ໃຫ້​ມີ​ຄວາມ​ອຸດົມ ສົມບູນຕາມ​ທິດ​ສີຂຽວ ແລະ ຍືນ​ຍົງ. ສຳລັບ​ແຜນການ​ໃນ​ປີ 2026 ນີ້ ກະຊວງ​ກະສິກຳ ແລະ ສິ່ງ​ແວດລ້ອມ ໄດ້​ສົມທົບ​ກັບ​ອົງ ການ​ປົກຄອງ​ທ້ອງຖິ່ນ ວາງຄາດ ໝາຍ​ເກັບ​ແກ່ນ​ພັນ​ໄມ້​ໃຫ້​ໄດ້ 121.000 ພັນ​ກວ່າ​ກິ​ໂລ ກ້າ​ເບ້ຍ​ໄມ້ 25,1 ລ້ານ​ກວ່າ​ເບ້ຍ ແລະ ປູກ​ໄມ້​ໃນ​ເນື້ອທີ່ 50 ພັນ​ກວ່າ​ເຮັກ ຕາ ໃນ​ທົ່ວ​ປະເທດ ສະເພາະ​ໃນ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ​ປີ​ນີ້ ທົ່ວ​ປະເທດ​ມີ​ແຜນການ​ຈັດ​ພິທີ​ສ້າງ​ຂະ​ບວນ​ການ​ປູກ​ຕົ້ນໄມ້ ໃນ​ເນື້ອທີ່​ປະມານ 7.300 ກວ່າ​ເຮັກຕາ ໂດຍ​ຈະ​ນຳ​ໃຊ້​ເບ້ຍ​ໄມ້​ທັງ ໝົດ 4.516.000 ກວ່າ​ເບ້ຍ. ສຳລັບ​ຢູ່​ນະຄອນຫຼວງ​ວຽງ​ຈັນ ມີ​ແຜນການ​ຈະ​ປູກ​ໃນ​ເນື້ອທີ່​ປະມານ 50 ເຮັກຕາ ຢູ່​ຕາມ​ຈຸດ​ຕ່າງໆ ລວມ​ທັງ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄຟ​ປ່າ ຊະນິດ​ພັນ​ໄມ້​ທີ່​ນຳ​ພາກັນ​ປູກ​ໃນ​ຄັ້ງ​ນີ້ ປະກອບ​ມີ: ໄມ້​ດູ່ ໄມ້​ແຕ້​ຂ່າ ໄມ້ຍາງ ໄມ້ແຄນ ໄມ້​ວິກ​ໄມ້​ສັກ ແລະ ໄມ້​ກະຖິນ​ເທພາ ລວມ​ທັງ​ໝົດ 80 ພັນ​ກວ່າ​ເບ້ຍ ນອກ​ນີ້ ຢູ່​ແຕ່​ລະ​ແຂວງ ແລະ ນະຄອນຫຼວງ ຍັງ​ມີ​ແຜນ​ຈັດ​ງານ​ວາງສະແດງ​ເບ້ຍ​ໄມ້ ເພື່ອ​ສົ່ງເສີມ​ການ​ປູກ​ໄມ້​ເປັນ​ສິນຄ້າ ແລະ ປົກ​ປັກ​ຮັກສາ​ສິ່ງແວດລ້ອມ​ຕື່ມ​ອີກ ສະເພາະ​ຢູ່​ສວນ​ເຈົ້າ​ອະນຸວົງ​ແມ່ນ​ໄດ້​ປູກ ຕົ້ນໄມ້ 10 ກວ່າ​ຕົ້ນ ປະກອບ​ມີ ໄມ້​ແຕ່​ຂ່າ ແລະ ໄມ້​ດູ່. ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ແລະ ສິ່ງແວດລ້ອມ ໄດ້​ກ່າວ​ເປີດ​ພິທີ​ປູກ​ຕົ້ນໄມ້ ປະຈຳ​ປີ 2026 ຢ່າງ​ເປັນ​ທາງ​ການ ພ້ອມ​ທັງ​ເນັ້ນ​ເຖິງ​ຄຳ​ຂວັນ​ຂອງ​ວັນ​ປູກ​ຕົ້ນ ໄມ້​ແຫ່ງ​ຊາດ​ປີ​ນີ້ ທີ່​ວ່າ: “ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ກັນ ປູກ​ຕົ້ນ ໄມ້ ຢ່າງ​ໜ້ອຍ ໜຶ່ງ​ຕົ້ນ ຕໍ່​ຄົນ ຕໍ່​ປີ” ແລະ “ຊົມເຊີຍ​ວັນ​ປູກ​ຕົ້ນ ໄມ້​ແຫ່ງ​ຊາດ ວັນ​ທີ 1 ມິຖຸນາ 2026 ຄົບຮອບ 46 ປີ ຢ່າງ​ສຸດ​ໃຈ” ເພື່ອ​ເປັນ​ແຮງ​ບັນດານ​ໃຈ​ໃຫ້​ທົ່ວ​ສັງຄົມ​ຮ່ວມ​ກັນ​ປ່ຽນ ​ສປປ ລາວ ໃຫ້​ກາຍເປັນ​ພື້ນ​ທີ່​ສີຂຽວ ແລະ ມີ​ສິ່ງແວດລ້ອມ​ທີ່​ສົມບູນ​ສົດໃສ​ຕະຫຼອດ​ໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ