ເຕືອນໄພ! ເປີດເຜີຍກົນລະຍຸດຢາສູບໄຟຟ້າ ມຸ່ງເປົ້າດຶງດູດເດັກ-ໄວໜຸ່ມ ສູ່ການເສບຕິດນິໂກຕິນ
ເວລາອອກຂ່າວ: 2026-06-03 09:06:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ: ![]()
ກະຊວງສາທາລະນະສຸກ ໄດ້ຈັດກິດຈະກຳລະນຶກ ວັນງົດສູບຢາແຫ່ງຊາດ ແລະ ວັນງົດສູບຢາໂລກ ປີ 2026 ໃນວັນທີ 30 ພຶດສະພາ ທີ່ໂຮງໝໍມະໂຫສົດ ພາຍໃຕ້ຄຳຂວັນ: “ເປີດເຜີຍກົນລະຍຸດຂອງອຸດສາຫະກຳຢາສູບ ໃນການໂຄສະນາເຊີນເຊື່ອເດັກນ້ອຍ ເຍົາວະຊົນ ແລະ ໄວໜຸ່ມ ໃຫ້ເຂົ້າສູ່ການເສບຕິດນິໂກຕິນ” ໂດຍມີ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ເປັນປະທານ ພ້ອມດ້ວຍຜູ້ແທນຈາກພາກສ່ວນຕ່າງໆ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ນາງ ໃບຄຳ ຂັດທິຍະ ກ່າວວ່າ ຢາສູບເປັນສິນຄ້າເສບຕິດທີ່ຖືກກົດໝາຍ ແຕ່ກໍ່ໃຫ້ເກີດການພິການ ແລະ ເສຍຊີວິດກ່ອນໄວອັນຄວນ. ໃນແຕ່ລະປີ ທົ່ວໂລກມີຜູ້ເສຍຊີວິດຈາກຢາສູບກວ່າ 8 ລ້ານຄົນ ຂະນະທີ່ ສປປ ລາວ ມີຜູ້ເສຍຊີວິດປະມານ 6.700 ຄົນຕໍ່ປີ ຫຼື 18 ຄົນຕໍ່ມື້.
ພ້ອມນີ້ ຍັງໄດ້ເຕືອນເຖິງການລະບາດຂອງຢາສູບໄຟຟ້າ ແລະ ຜະລິດຕະພັນນິໂກຕິນຮູບແບບໃໝ່ ທີ່ຖືກອອກແບບໃຫ້ມີກິ່ນ ແລະ ລົດຊາດດຶງດູດ ພ້ອມຮູບແບບທັນສະໄໝ ເພື່ອຫຼອກລໍ້ໃຫ້ເດັກ ແລະ ໄວໜຸ່ມເຂົ້າສູ່ວົງຈອນການເສບຕິດນິໂກຕິນ.
ກະຊວງສາທາລະນະສຸກ ຢືນ ຢັນສືບຕໍ່ດຳເນີນມາດຕະການຄວບຄຸມຢາສູບຢ່າງເຂັ້ມງວດ ເຊັ່ນ ຫ້າມສູບຢາໃນສະຖານທີ່ສາທາລະນະ, ຫ້າມໂຄສະນາຢາສູບ, ຫ້າມຂາຍໃຫ້ເດັກ ແລະ ຫ້າມຈຳໜ່າຍໃກ້ສະຖານສຶກສາ ເພື່ອປົກປ້ອງເຍົາວະຊົນຈາກການເສບຕິດ ແລະ ຫຼຸດຜ່ອນພະ ຍາດບໍ່ຕິດຕໍ່ໃນສັງຄົມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















