ພ້ອມກັນເອົາໃຈໃສ່ພັດທະນາເດັກນ້ອຍ ໃຫ້ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ
ເວລາອອກຂ່າວ: 2026-06-03 09:05:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 189 | ຄວາມນິຍົມ: ![]()
ວັນທີ 1 ມິຖຸນາ ເປັນວັນເດັກ ນ້ອຍສາກົນ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ເດັກ. ສຳລັບ ສປປ ລາວ ເຮົາຍັງໄດ້ກຳນົດເອົາ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງພວກເຮົາໄດ້ພ້ອມກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ເພື່ອທົບທວນຄືນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດເຮົາ ທີ່ມີຕໍ່ເດັກນ້ອຍລາວບັນດາເຜົ່າແລະ ສົນທິສັນຍາສິດທິເດັກ. ເດັກນ້ອຍໝາຍເຖິງບຸກຄົນທີ່ມີອາຍຸ ຕ່ຳກວ່າ 18 ປີ ເຊິ່ງຈະເປັນຜູ້ໃຫຍ່ ໃນມື້ໜ້າ, ທັງຈະແມ່ນກຳລັງແຮງງານທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ສະນັ້ນ, ພັກ ແລະ ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ໃນການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມວຽກງານແມ່ ແລະ ເດັກ ໃນຂອບເຂດທົ່ວປະເທດດ້ວຍການສົ່ງເສີມສຸຂະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກຕິດພັນກັບການສຶກສາອົບຮົມ, ພັດທະນາເດັກຢ່າງຮອບດ້ານຕາມແນວທາງນະໂຍບາຍ ຂອງພັກ-ລັດ.
ຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ, ລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ 4 ສິດພື້ນຖານຂອງເດັກຜະເຊີນກັບປະກົດການຫຍໍ້ທໍ້ໃນສັງຄົມຈຳນວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂເປັນຕົ້ນບັນຫາຢາເສບຕິດ, ການທາລຸນແລະ ໃຊ້ຄວາມຮຸນແຮງຕໍ່ເດັກໃນຫລາຍຮູບແບບ,ການໄປອອກແຮງງານທີ່ຜິດກົດໝາຍ ອັນເປັນສາເຫດໃນການຕົກເປັນເຫຍື່ອຂອງການຄ້າຂາຍເດັກ, ຄ້າປະເວນີເດັກ ກໍ່ຄື ການຄ້າມະນຸດກັບການຂູດຮີດແຮງງານ. ຜ່ານມາ, ບັນດາການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາ ຊົນ, ບັນດາການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫຼອດເຖິງ ປະຊາຊົນບັນດາເຜົ່າທຸກທົ່ວໜ້າພ້ອມກັນຍົກສູງຄວາມຮັບຜິດ ຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດພັນ ທະສາກົນ, ກົດໝາຍພາຍໃນ ແລະບັນດານິຕິກຳລຸ່ມກົດໝາຍ, ຍຸດທະສາດແຫ່ງຊາດ, ແຜນດຳເນີນງານແຫ່ງຊາດ ທີ່ກ່ຽວ ຂ້ອງກັບວຽກງານແມ່ ແລະ ເດັກເພື່ອຮັບປະກັນຄວາມຢູ່ລອດ, ການປົກປ້ອງ, ການມີສ່ວນຮ່ວມ ແລະ ການພັດທະນາຜູ້ທີ່ເປັນລູກຫຼານຂອງພວກເຮົາໃນມື້ນີ້ ໃຫ້ເປັນໄວເດັກທີ່ເຕັມໄປດ້ວຍຄວາມສຸກ, ສຸຂະພາບແຂງແຮງ, ຄວາມອົບອຸ່ນຈາກພໍ່ແມ່, ການຈັດຕັ້ງ ແລະ ສັງຄົມ.
ແນໃສ່ການພັດທະນາເດັກໃຫ້ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ມີຄວາມຮັບຜິດຊອບສູງ, ມີຄວາມຮູ້, ຄວາມສາມາດ ເພື່ອເຮັດໜ້າທີ່ເປັນຜູ້ສືບທອດປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາແລະ ພັດທະນາປະເທດຊາດ ໃຫກ້າວໄປສູ່ເສັ້ນທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເຊິ່ງໄດ້ປະສົບຜົນສຳເລັດເປັນຢ່າງດີ. ຜົນສຳເລັດດັ່ງກ່າວເຫຼົ່ານັ້ນແມ່ນຍ້ອນຄວາມເອົາ ໃຈໃສ່ໃນການຊີ້ນຳ-ນຳພາຂອງ ພັກ-ລັດຖະບານ, ແມ່ນຄວາມບຸກບືນ ແລະ ພະຍາຍາມໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ແຜນນະໂຍບາຍ ຂອງລັດຖະບານກ່ຽວກັບວຽກງານດັ່ງກ່າວຂອງຄະນະກຳມາທິການ ເພື່ອແມ່ ແລະ ເດັກແຫ່ງຊາດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ບັນດາອົງການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານແມ່ ແລະ ເດັກ ກໍຄື ວຽກສິດທິເດັກໄດ້ຮັບການສົ່ງເສີມ ແລະ ພັດທະນາໃນທິດທາງທີ່ຕັ້ງໜ້າໃນຊຸມປີ ຜ່ານມາ. ພ້ອມດຽວກັນ, ກໍ່ຍັງ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາ ກົນ ແລະ ສະຖາບັນການເງິນຕະຫຼອດຮອດອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕໍ່ວຽກງານດັ່ງກ່າວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















