ກອງບັນຊາການທະຫານແຂວງວຽງຈັນ ຕ້ອນຮັບການມາຢ້ຽມຢາມ ຂອງອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ເວລາອອກຂ່າວ: 2026-06-03 08:57:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 276 | ຄວາມນິຍົມ: ![]()
ວັນທີ 28 ພຶດສະພາ 2026 ນີ້, ສະຫາຍ ພັນເອກ ຈິ້ງ ດັ່ງ ຫ້າວ ຫົວໜ້າຄະນະຜູ້ແທນ ອາດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມຊ່ວຍເຫຼືອການປະຕິວັດ ແຂວງ ເຫງະອ່ານ ສສ ຫວຽດນາມ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ກອງບັນຊາການທະຫານແຂວງວຽງຈັນ, ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການຄະນະພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ພ້ອມດ້ວຍຄະນະ.
ສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ໄດ້ຕາງໜ້າການນໍາແຂວງວຽງຈັນ, ກໍຄືຄະນະພັກ-ຄະນະບັນຊາ ກອງບັນຊາການ ກ່າວສະແດງຄວາມຍີນດີຕ້ອນຮັບ ແລະ ລາຍງານຫຍໍ້ກ່ຽວກັບ ທີ່ຕັ້ງ, ສະພາບຈຸດພິເສດຂອງແຂວງວຽງຈັນ ໃຫ້ຄະນະໄດ້ຮັບຊາບ, ພ້ອມທັງ ຍົກໃຫ້ເຫັນການພົວພັນຮ່ວມມື, ຊ່ວຍເຫຼືອ ເຊີ່ງກັນ ແລະ ກັນ ຂອງປະຊາຊົນສອງຊາດ, ສອງກອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນ ແຂວງເຫງະອ່ານ ກັບ ແຂວງວຽງຈັນ ຕະຫຼອດໄລຍະເວລາທີ່ຜ່ານມາ, ບັນດາສະຫາຍນັກຮົບອາສາສະໝັກ ໄດ້ຮ່ວມກັນຕໍ່ສູ້ຄຽງບ່າຄຽງໄຫຼ່ ກັບ ກອງທັບ ແລະ ປະຊາຊົນລາວ ເພື່ອຕ້ານຈັກກະພັດຜູ້ຮຸກຮານ ຈົນເຖິງວັນທີ່ປະເທດຊາດໄດ້ຮັບໄຊຊະຢ່າງສົມບູນ. ສະຫາຍ ຍັງໄດ້ຕີລາຄາສູງຕໍ່ຄະນະຜູ້ແທນ ອາດີດທະຫານອາສາສະໝັກຫວຽດນາມຊ່ວຍເຫຼືອການປະຕິວັດລາວ ແຂວງເຫງະອ່ານ ທີ່ໄດ້ເດີນທາງມາຢ້ຽມຢາມໃນຄັ້ງນີ້, ເຊີ່ງເປັນຂີດໝາຍອັນສຳຄັນ ໃນການເພີ່ມພູນຄູນສ້າງ, ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ນັບມື້ຍິ່ງໝັ້ນຄົງທະນົງແກ່ນ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ຈິ້ງ ດັ່ງ ຫ້າວ ໄດ້ສະແດງຄວາມຂອບໃຈຕໍ່ການນຳແຂວງ, ກໍຄືຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງວຽງຈັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ການມາແຂວງວຽງຈັນຄັ້ງນີ້, ເປັນການກັບຄືນມາຢ້ຽມຢາມສະໜາມຮົບເກົ່າ ເໝືອນດັ່ງກັບຄືນມາສູ່ເຮືອນຊານບ້ານຊ່ອງ, ອ້າຍເອື້ອຍນ້ອງ ຄອບຄົວດຽວກັນ ທີ່ເຄີຍຢູ່ຮ່ວມທຸກ, ຮ່ວມສຸກນຳກັນ ໃນໄລຍະຕໍ່ສູ່ປົດປ່ອຍຊາດໃນເມື່ອກ່ອນ. ພ້ອມທັງກ່າວວ່າ: ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໃຫ້ນັບມື້ເພີ່ມພູນຄູນສ້າງຈະເລີນງອກງາມຂຶ້ນເລື້ອຍໆ.
ໂດຍ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















