ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ຫຼາຍ​ກົມ​ກອງ ​ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ກົມ​ກອງ​ປອດ​ໃສ, ປອດ​ໄພ, ປອດ​ຄະດີ
ເວລາອອກຂ່າວ: 2026-06-03 08:55:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ:



ໂດຍ​ປະຕິບັດ​ຕາມ​ທິດ​ນຳ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ​ຕ້ອງ​ຕິດ​ພັນ​ກັບ​ການ​ສ້າງ​ກອງ 3 ປອດ (ປອດ​ໃສ, ປອດ​ໄພ, ປອດ​ຄະດີ) ຍູ້​ແຮງ​ການ​ສ້າງ​ໜ່ວຍ​ພັກ​ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໃຫ້​ເພີ່ມ​ຂຶ້ນ​ທາງ​ດ້ານ​ຈຳນວນ ແລະ ຄຸນ​ນະ​ພາບ​ ໃນ​ທົ່ວ​ກອງທັບ; ໃນ​ນີ້, ເວົ້າ​ສະເພາະ​ຢູ່​ໂຮງໝໍ​ບໍລິ ເວນ 107 ​ແມ່ນ​ຫົວໜ່ວຍ​ການ ຈັດຕັ້ງ​ໜຶ່ງ​ທີ່​ຂຶ້ນ​ກັບ ກົມ​ໃຫຍ່ພະ ລາທິການ​ກອງທັບ, ມີ​ພາລະ​ບົດ ບາດ​ເປັນ​ເສນາ​ທິ​ການ ​ໃຫ້​ຄະນະ​ພັກ​ຂັ້ນ​ເທິງ​ ທາງ​ດ້ານ​ວຽກ​ງານ​ການ​ກໍ່ສ້າງ​ບຸກ​ຄະລາ​ກອນ​ການ​ແພດ​ຮັບ​ໃຊ້​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ ​ໃນ​ໄລຍະ​ໃໝ່, ໄປ​ຄວບ​ຄູ່​ກັບ​ການ​ເຮັດ​ສຳເລັດ​ໜ້າທີ່​ການ ເມືອງ ແລະ ວິຊາສະເພາະທີ່ຂັ້ນ ​ເທິງ​ມອບ​ໝາຍ​ໃຫ້, ຄະນະພັກ- ຄະນະ​ອຳນວຍ​ການ​ຍາມໃດກໍ​ຖື​ສຳຄັນ​ວຽກ​ງານ​ສຶກ​ສາອົບ ຮົມການເມືອງ-ນຳພາ​ແນວ​ຄິດ ສອດ​ຫ້ອຍ​ເຂົ້າໃນທຸກ​ຂົງເຂດ ວຽກງານ​ລວມ​ຂອງ​ກົມ​ກອງ​ ເຮັດ​ໃຫ້​ພະນັກງານ-ນັກຮົບ ແລະ ນັກຮຽນ​ແພດ ມີ​ຄວາມ​ສະດຸ້ງ​ໄວ​ໃນ​ການປ້ອງ​ກັນ​ພັກ, ປ້ອງ​ກັນ​ການຈັດຕັ້ງ ແລະ ປ້ອງ​ກັນ​ຕົນ​ເອງ​ໃຫ້​ມີ​ຄວາມ​ປອດ​ໃສ. ສະຫາຍ ພັນ​ໂທ ສຸວັນ ສໍ​ປະກາຍ​ແກ້ວ ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ການເມືອງ​ໂຮງໝໍ​ບໍລິເວນ 107 ໃຫ້​ຮູ້ວ່າ: ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ ​ໄລຍະ 1 ປີ ຜ່ານມາ ໄດ້​ເອົາໃຈໃສ່​ຈັດ​ຕັ້ງປະ ຕິບັດ​ວຽກ​ງານ​ດັ່ງກ່າວ​ດ້ວຍ​ຄວາມຮັບຜິດຊອບ​ສູງ​ ເປັນຕົ້ນ​ແມ່ນການ​ປ້ອງ​ກັນ​ເວນຍາມ​ຄ້າຍ​ຄູ​ໃນ​ແຕ່​ລະ​ວັນ​ ມີ​ສິດ​ປະຈຳການ​ແຕ່​ຂັ້ນ​ບັນຊາ​ ລົງ​ຮອດ​ໜ່ວຍ​ງານ​ທຸກ​ພາກສ່ວນ ເພື່ອ​ຕິດຕາມ​ແກ້​ໄຂ​ສະພາບ​ການ​ສຸກ​ເສີນ​ໃຫ້​ທ່ວງ​ທັນ​ກັບ​ເວລາ, ປົກ​ປັກ​ຮັກສາ ​ຊັບ​ສີນ​ສ່ວນ​ລວມ, ພາຫະນະ​ເຕັກນິກ, ອຸປະກອນ​ການ​ແພດ ແລະ ອາວຸດ ບໍ່​ໃຫ້​ຕົກເຮ່ຍ​ເສຍ​ຫາຍ, ເປັນ​ເຈົ້າ​ການ​ໃນ​ການເຄື່ອນໄຫວ​ຕິດຕາມ​ສະພາບ​ການ​ ສົມທົບ​ກັບ​ ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ເກັບ​ກຳ​ສະພາບ​ຮາກ​ຖານ​ປະຊາຊົນ, ສະ ພາບ​ການເຄື່ອນໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ເຮັດ​ໃຫ້​ກົມ​ກອງ​ ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ຊີ້​ນຳ​ພະນັກງານ-ນັກຮົບ​ ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ​ເປັນຕົ້ນ​ແມ່ນ 7 ລະບອບ 18 ວຽກ​ໃນ​ມື້ໜຶ່ງ ​ຢ່າງ​ເຂັ້ມ​ງວດ ພ້ອມ​ນັ້ນ, ​ຍັງ​ໄດ້​ເອົາໃຈໃສ່​ຊີ້​ນຳ​ອົງ​ການຈັດຕັ້ງ​ມະຫາຊົນ​ຊາວ​ໜຸ່ມ-ແມ່ຍິງ​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ​ຕົນ ​ໂດຍ​ການ​ສຸມ​ໃສ່​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງ​ຂັນ 4 ບຸກ ແລະ ຂໍ້ແຂ່ງຂັນ 3 ດີ. ຜ່ານ​ການຈັດຕັ້ງ​ປະຕິບັດ​ສາມາດ​ຄັດ​ເລືອກ​ໄດ້​ກົມ​ກອງ​ປອດ​ໃສ, ປອດ​ໄພ, ປອດ​ຄະດີ ປະເພດ I ໄດ້​ຮັບການ​ຮັບຮອງ​ຈາກຂັ້ນ​ເທິງ 7 ປີ​ຕໍ່​ເນື່ອງ ມີ 15 ພະແນກການ ແລະ 5 ປີ​ຕໍ່​ເນື່ອງ ມີ 7 ພະແນກການ, ລວມ​ທັງ​ໝົດ 22 ພະ​ແນກ​ຄື: ພະແນກການ​ເມືອງ, ພະ​ແນກ​ແຜນການ-ສັງ​ລວມ, ພະ​ແນກ​ພະລາທິການ, ພະ​ແນກບໍລິຫານ-ການ​ແພດ, ພະ​ແນກ​ປະກັນ​ສຸຂະພາບ, ພະ​ແນກ​ປິ່ນປົວ​ພະນັກງານ, ພະແນກການ​ຢາ, ພະ​ແນກ​ພາຍ​ນອກ​ລວມ, ພະ​ແນກ​ພາຍ​ນອກ​ກະທົບ, ພະ​ແນກ​​ກາຍ​ຍະ​ບຳບັດ, ພະ​ແນກ​ຫ້ອງ​ປາດ, ພະ​ແນກ​ຊຶມ​ເຊື້ອ, ພະ​ແນກ​ຫ້ອງ​ກວດ​ເຂດ​ນອກ, ພະ​ແນກ​ພາຍ​ໃນ, ພະ​ແນກ​ສຸກ​ເສີນ, ພະ​ແນກ​ຟອກ​ໄຂ່ຫຼັງ​ທຽມ, ພະ​ແນກ​ປະສູດ, ພະ​ແນກ​ເດັກ, ພະ​ແນກ​ວິເຄາະ, ພະ​ແນກ​ລັງສີ-ເອ​ໂກ, ພະ​ແນກ​ສະເພາະ ແລະ​ ກອງຮ້ອຍ​ນັກ​ສຶກ​ສາ ຢ່າງ​ໜ້າ​ສັນລະເສີນ. ສະຫາຍ ພັນ​ໂທ ສຸວັນ ສໍ​ປະກາຍ​ແກ້ວ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ເພື່ອ​ຮັບ ປະກັນ​ເຮັດ​ໃຫ້​ວຽກ​ງານປ້ອງ​ ກັນ​ພາຍ​ໃນ​ ເດີນ​ແມ່ນ​ແລ່ນ​ສະ ດວກ​ດ ໃນຕໍ່ໜ້າ​ແມ່ນ​ຈະ​ໄດ້​ສືບຕໍ່​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ​ໃຫ້ພະ ນັກງານ​ແພດ​ໝໍ-ນັກຮົບ ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ອຸ່ນ​ອຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ, ປະຕິບັດ​ກົດ​ລະບຽບ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ, ຍົກ​ສູງ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ອິດ​ທິ​ປໍ​ລະ​ປັກ, ຮູ້​ຈຳແນກ​ມິດ ແລະ ສັດຕູຢ່າງ​ຈະແຈ້ງ, ຊຸກຍູ້​ກຳລັງ​ແຮງ​ສັງ​ລວມ ​ໃນ​ການ​ກໍ່ສ້າງ​ກອງ 3 ປອດ (ປອດ​ໃສ, ປອດ​ໄພ, ປອດ​ຄະດີ) ໃຫ້​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ແລະ ການ​ສ້າງ​ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ ໂດຍ​ສະເພາະ ​ຜູ້​​ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ​ຕ້ອງ​ໄດ້​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ, ຂອບ​ເຂດ, ສິດ ແລະ ໜ້າທີ່​ຂອງ​ຕົນ​ຢ່າງ​ແຂງແຮງ​ ໃນ​ການ​ປ້ອງ​ກັນ​ພັກ, ປ້ອງ​ກັນ​ກົມ​ກອງ​ ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ, ເອົາໃຈໃສ່​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ​ທີ່​ຈະ​ເກີດ​ຂຶ້ນ​ໃຫ້​ທັນ​ກັບ​ສະພາບ​ການ ​ເພື່ອ​ເຮັດ​ໃຫ້​ກົມ​ກອງ​ມີ​ຄວາມ​ປອດ​ໃສ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ