ຍົກລະດັບຂີດຄວາມສາມາດ ແລະ ຍຸດທະວິທີບຸກຕີໃນຕົວເມືອງ ຂອງເຫຼົ່າຮົບຕີພິເສດ
ເວລາອອກຂ່າວ: 2026-06-03 08:54:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ: ![]()
ເພື່ອເປັນການແລກປ່ຽນບົດຮຽນ ແລະ ຮັດແໜ້ນສາຍພົວພັນການຮ່ວມມື ດ້ານການທະ ຫານລະຫວ່າງ ກອງທັບປະຊາ ຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ເວົ້າລວມ, ເວົ້າສະເພາະ ແມ່ນການຍົກສະດັບຄວາມສາ ມາດ, ຊຳນິຊຳນານດ້ານຍຸດທະ ວິທີບຸກຕີໃນຕົວເມືອງ ຂອງເຫຼົ່າຮົບຕີພິເສດ ທີ່ໄດ້ເຂົ້າຮ່ວມໃນບັ້ນເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ໃຕ້ຝຸ່ນ-2026 ແລະ ຊ້ອມຮົບຮ່ວມ ລາໂຣສ 2026” ຢູ່ທີ່ສະໜາມເຝິກຊ້ອມ ວິທະຍາຄານນາຍທະຫານບົກກົມມະດຳ. ກຳລັງເຫຼົ່າຮົບຕີພິເສດ ໄດ້ຕັ້ງໜ້າເຝິກຊ້ອມຢ່າງເອົາຈິງເອົາຈັງ ໂດຍການຖ່າຍທອດຄວາມຮູ້, ບົດຮຽນ ແລະ ປະສົບການຕົວຈິງ ຈາກຄູເຝິກຂອງກອງທັບສະຫະພັນຣັດເຊຍ.
ສະຫາຍ ສິບເອກ ໂອໄລ ທອງມະນີ ນັກເຝິກອົບຮົມ ຈາກ ເຫຼົ່າຮົບຕີພິເສດ ກອງທັບປະຊາ ຊົນລາວ ໄດ້ໃຫ້ຮູ້ວ່າ: ຜ່ານການເຝິກອົບຮົມ-ຫັດແອບ ຊ້ອມຮົບຕີພິເສດ ລາວ-ຣັດເຊຍ ໃນຄັ້ງນີ້ ສາມາດຖອດຖອນບົດຮຽນໄດ້ຈາກເພື່ອນທະຫານຣັດເຊຍຫຼາຍຢ່າງ ເປັນຕົ້ນ ບັນດາທ່າຈັງຫວະ, ບາດກ້າວການສູ້ຮົບໃນຕົວເມືອງ ເຊິ່ງຜ່ານການເຝິກຊ້ອມ ແມ່ນໄດ້ຮັບປະສິດທິຜົນ. ໂດຍການເຝິກແມ່ນເນັ້ນໃສ່ຍຸດທະວິທີການສູ້ຮົບໃນຕຶກອາຄານ, ໃນຕົວເມືອງ ເຊິ່ງເປັນການຍົກລະດັບຂີດຄວາມສາມາດ ໃນການບຸກໂຈມຕີ ແລະ ກວາດລ້າງອາຄານ, ຖານທີ່ໝັ້ນຂອງສັດຕູໃນຮູບແບບຈຳລອງ.
ການເຝິກຊ້ອມຄັ້ງນີ້ ແມ່ນເພື່ອທົດສອບຄວາມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈ ຂອງ ກອງກຳລັງຕີພິເສດ ເຮັດໃຫ້ມີ ຄວາມຊຳນານໃນການນຳໃຊ້ຍຸດ ທະວິທີ ແລະ ອາວຸດທີ່ທັນສະໄໝ ເຂົ້າໃນການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຄວາມພ້ອມສູ້ຮົບ ໃນທຸກສະຖານະການທີ່ອາດຈະເກີດຂຶ້ນ.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















