ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ​ຄະນະ​ນາຍ​ທະຫານ​ໜຸ່ມ 3 ປະເທດ
ເວລາອອກຂ່າວ: 2026-06-03 08:52:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ:



ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ຄະນະ​ນາຍ​ທະຫານ​ໜຸ່ມ 3 ປະເທດລາວ-ຫວຽດນາມ ແລະ ກຳປູ ເຈຍ ພາຍ​ໃຕ້​ຫົວຂໍ້ “ໄມ​ຕິ​ຈິດ​ມິດ ຕະພາບ-ກ້າວ​ເດີນ​ສູ່​ອະນາຄົດ ຢ່າງ​ໝັ້ນຄົງ”. ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ພຶດສະພາ 2026 ນີ້, ທີ່​ນະຄອນຫຼວງ​ດາ​ນັງ ເຊິ່ງ​ຝ່າຍ ​ລາວ​ນຳ​ໂດຍ ສະຫາຍ ພັນ​ໂທ ສຸ​ລິ​ບັນ ສໍ​ພາບ​ປັນຍາ ຮອງ​ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ​ປະ ຊາຊົນ​ລາວ, ຝ່າຍ​ຫວຽດນາມ​ນຳ​ໂດຍ ສະຫາຍ ພັນ​ເອກ ຫງວຽນ ກວາງ ຫຸຍ ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ຫົວໜ້າ​ຄະນະ​ນາຍ​ທະຫານ​ໜຸ່ມ ກອງທັບ​ປະຊາຊົນ​ຫວຽດນາມ ແລະ ຝ່າຍ​ກຳປູເຈຍ ນຳ​ໂດຍ ສະຫາຍ ພັນ​ເອກ ນັດ ວິ​ແຈດ ຮອງ​ຫົວໜ້າ​ຫ້ອງການ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ຣາ​ຊະ​ອານາຈັກ​ກຳປູເຈຍ ໂດຍ​ມີ​ຄະນະ​ນາຍ​ທະຫານ​ໜຸ່ມ​ທັງ​ສາມ​ປະເທດ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ ສະຫາຍ ພັນ​ເອກ ຫງວຽນ ກວາງ ຫຸຍ ໄດ້​ກ່າວ​ວ່າ: ໂຄງການ​ດັ່ງກ່າວ​ເປັນ​ກິດຈະກຳ​ສະເພາະ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ຮ່ວມ​ກັນ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດນາມ-ລາວ-ກຳປູ ເຈຍ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ຂອງ 3 ປະເທດ ເພື່ອ​ປະກອບສ່ວນ​ໃນ​ການ​ເສີມ​ສ້າງ​ຄວາມ​ເຂົ້າໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ; ເປັນ​ໂອກາດ​ໃຫ້​ແກ່​ນາຍ​ທະຫານ​ໜຸ່ມ​ສາມ​ປະເທດ​ໄດ້ ແລກ​ປຽ່ນ​ປະສົບ​ການ, ເສີມ​ສ້າງ​ຄວາມ​ສາມັກຄີ ແລະ ມິດຕະພາບ​ຕາມ​ຮີດຄອງ​ປະເພນີ​ລະຫວ່າງ​ປະຊາຊົນ ແລະ ກອງທັບ​ຂອງ​ສາມ​ປະເທດ​ເທົ່າ​ນັ້ນ. ແຕ່​ຍັງ​ເປັນ​ໂອກາດ​ໃຫ້​ນາຍ​ທະຫານ​ໜຸ່ມ​ໄດ້​ສຶກ​ສາ​ຮໍ່າຮຽນ​ເຂົ້າໃຈ​ກ່ຽວ​ກັບ​ມູນເຊື້ອ​ປະຫວັດສາດ, ວັດທະນະທຳ ແລະ ເປັນ​ປັດໃຈ​ສຳຄັນ​ໃນ​ການ​ຮັບປະກັນ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະ ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ການ​ພັດທະນາ​ໃນ​ພາກ​ພື້ນ. ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ນາຍ​ທະຫານ​ໜຸ່ມ​ໃນ​ຍຸກ​ໃໝ່, ສະເໜີ​ໃຫ້​ນາຍ​ທະຫານ​ໜຸ່ມ​ຈາກ​ສາມ​ປະເທດ​ຂອງ​ພວກ​ເຮົາ​ເອົາໃຈໃສ່ ແລະ ຈັດ​ຕັ້ງ​ປະຕິບັດ​ບາງ​ເນື້ອ​ໃນລຸ່ມ​ນີ້: ສືບຕໍ່​ເສີມ​ຂະຫຍາຍ​ການ​ສຶກ​ສາ​ອົບຮົມ​ມູນເຊື້ອ​ແຫ່ງ​ຄວາມ​ສາມັກຄີ ແລະ ມິດຕະພາບ​ລະຫວ່າງ​ສາມ​ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ເຊີດ​ຊູ​ຄວາມ​ຮັບ​ຮູ້, ຄວາມ​ຮັບຜິດຊອບ​ຂອງ​ນາຍ​ທະຫານ​ໜຸ່ມ​ໃນ​ການ​ສືບ​ທອດ ແລະ ເສີມ​ຂະຫຍາຍ​ສາຍ ​ພົວພັນ​ອັນ​ລ້ຳ​ຄ່າ​ເຊິ່ງ​ໄດ້​ຄົນ​ລຸ້ນ​ກ່ອນ​ເພີ່ມ​ພູນ​ຄູນ​ສ້າງ​ກັນ​ມາ​ຕະຫຼອດ​ເວລາ, ຍູ້​ແຮງ​ການ ​ພົບ​ປະ​ແລກປ່ຽນ ແລະ ແບ່ງ ປັນ​ບົດຮຽນ​ປະສົບ​ການ​ໃນ​ການ ເຝິກແອບ, ກໍ່ສ້າງ​ເປັນ​ກົມ​ກອງ ​ແບບແຜນ, ເຝິກຝົນ​ຫຼໍ່​ຫຼອມ​ລະບຽບ​ວິໃນ, ຄົ້ນຄວ້າ​ວິທະ ຍາສາດ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່​ໃນ​ກອງທັບ; ເສີມ​ຂະຫຍາຍ​ບົດບາດ ຕະ​ລູນ​ບອນ, ນຳ​ໜ້າ​ຂອງ​ນາຍ​ທະຫານ​ໜຸ່ມ​ໃນ​ວຽກງານ​ປຸກລະດົມ​ຂົນຂວາຍ​ມະຫາຊົນ, ຊ່ວຍເຫຼືອ​ປະຊາຊົນ​ພັດທະ ນາ​ເສດຖະກິດ-ສັງຄົມ ແລະ ສ້າງ​ເຂດ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື ແລະ ຈະ ເລີນ​ຮຸ່ງເຮືອງ; ເພີ່ມ​ທະວີ​ການ​ປະສານ​ງານ, ແລກປ່ຽນ​ໃນ​ທຸກ ​ຂົງເຂດ ​ເຊ່ັນ: ວັດທະນະທຳ, ກິລາ, ວິຊາ​ການ​ຮຽນ, ການ​ເຝິກເວົ້າ​ພາສາ​ເຊິ່ງ​ກັນ ແລະ ກັນ ແລະ ກິດຈະກຳ​ຊາວ​ໜຸ່ມ; ສ້າງ​ເງື່ອນໄຂ​ໃຫ້​ແກ່​ນາຍ​ທະຫານ​ໜຸ່ມ​ຂອງ​ສາມ​ປະເທດ​ເຂົ້າໃຈ​ເຊິ່ງ​ກັນ ແລະ ກັນ​ດີ​ຂຶ້ນ, ມີ​ຄວາມ​ສະໜິດສະໜົມ​ກັນ​ຫຼາຍ​ຢ່າງ ແລະ ເຕີບ​ໃຫຍ່​ຮ່ວມ​ກັນ; ເປັນ​ເຈົ້າ​ການ​ກະກຽມ​ຄວາມ​ຮູ້, ທັກ​ສະ, ຄວາມ​ອາດ​ສາມາດ​ດ້ານ​ພາສາ​ຕ່າງປະເທດ ແລະ ໃນ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ຕັ້ງໜ້າ; ຍົກ​ສູງ​ຄວາມ​ສາມາດ​ທາງ​ດ້ານ​ການເມືອງ, ລະດັບ​ວຸດ​ທິ​ວິຊາ​ຊີບ, ວິຊາ​ສະເພາະ ແລະ ຄວາມ​ສາມາດ​ໃນ​ການ​ເປັນ​ເຈົ້າ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ​ໃນ​ສະພາບ​ການ​ໃໝ່. ຫຼັງ​ຈາກ​ນັ້ນ​ຄະນະ​ຜູ້​ແທນ​ນາຍ​ທະຫານ​ໜຸ່ມ​ແຕ່​ລະ​ປະເທດ​ກໍ​ໄດ້​ພ້ອມ​ກັນ​ແລກປ່ຽນ​ບົດຮຽນ​ຂົງເຂດ​ວຽກ​ງານ​ທີ່​ຕ່າງ​ຝ່າຍ​ຕ່າງ​ໃຫ້​ຄວາມ​ສົນໃຈ. ຕໍ່​ມາ​ໃນ​ວັນ​ທີ 30 ພຶດສະພາ ຄະນະ​ນາຍ​ທະຫານ​ໜຸ່ມ​ກອງທັບ​ປະຊາຊົນ​ລາວ ນຳ​ໂດຍ ສະຫາຍ ພັນ​ໂທ ສຸ​ລິ​ບັນ ສໍ​ພາບ​ປັນຍາ ຮອງ​ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ​ປະຊາຊົນ​ລາວ ໄດ້​ເດີນທາງ​ໄປ​ວາງ​ພວງມາລາ ຢູ່​ເຂດ​ປູຊະນີຍະສະຖານ​ແຫ່ງ​ຊາດ​ພິເສດ ກຳແພງ​ນະຄອນ ກວາງ​ຈິ ເຊິ່ງ​ແມ່ນ​ສະຖານທີ່​ປະຫວັດສາດ​ທີ່​ຈາລຶກ​ໜ້າ​ປະຫວັດສາດ​ອັນ​ສະຫງ່າ​ລາສີ ແລະ ພິລະ​ອາດ​ຫານ​ຂອງ​ຊາດ​ຫວຽດນາມ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ