ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ລົງ​ນາມ​ບົດ​ບັນທຶກ​ການ​ຂຸດ​ຄົ້ນ​ຮ່າງ​ອັດຖິ ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ
ເວລາອອກຂ່າວ: 2026-06-03 08:50:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ:



ກອງ​ປະຊຸມ ລົງ​ນາມ​ບົດ​ບັນ ທຶກ​ວຽກ​ງານ​ປະສານ​ສົມທົບ​ໃນ​ການ​ຊອກ​ຄົ້ນ​ຮ່າງ​ອັດຖິ ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ຢູ່​ລາວ ປະຈຳ​ລະດູແລ້ງ ໄດ້​ຈັດ​ຂຶ້ນ​ຫວ່າງ​ບໍ່​ດົນ​ມາ​ນີ້, ຢູ່​ທີ່​ຫ້ອງ​ວ່າການ ອົງການ​ປົກ​ຂອງ​ແຂວງ ເຫງະ​ອ່ານ ​ສສ ຫວຽດນາມ. ໂດຍ​ການ​ເປັນ​ເຈົ້າພາບ​ຮ່ວມ​ຂອງ​ແຂວງ​ວຽງ​ຈັນ ເປັນ​ກຽດ​ເຂົ້າ​ຮ່ວມ​ຝ່າຍ​ຫວຽດນາມ​ມີ​ສະຫາຍ ຟຸງ ແທັງ ວິງ ຮອງ​ປະ ທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຫົວໜ້າ​ຄະນະ​ປະຕິ ບັດ​ງານ​ພິເສດ​ແຂວງ ເຫງະ​ອານ, ຝ່າຍ​ລາວ​ມີ ສະຫາຍ ​ປອ ສີ​ວຽງ​ໄຊ ອໍລະ​ບູນ ຮອງ​ປະທານ​ຄະນະ​ກຳມະການ​ປົກຄອງ​ແຂວງ ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ວຽງ​ຈັນ, ມີ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ ແຂວງ​ຊຽງ​ຂວາງ, ໄຊ​ສົມບູນ, ກອງ​ບັນຊາ​ການ​ທະຫານ​ແຂວງ​ເຫງະ​ອານ, ກອງ​ຂຸດ​ຄົ້ນ​ອັດຖິ, ບັນດາ​ສະຫາຍ ​ຫວຽດນາມ-ລາວ ອ້າຍ​ນ້ອງ ແລະ ພາກສ່ວນ​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.        ສະຫາຍ ພັນ​ເອກ ຫງວ​​ຽນ ວັນ ອານ ຫົວໜ້າ​ການເມືອງກອງ​ບັນຊາ​ການ​ທະຫານ​ແຂວງ ເຫງະ​ອານ ໄດ້​ຂຶ້ນ​ລາຍ​ງານ​ຜົນ​ການ​ຂຸດ​ຄົ້ນ, ທ້ອນໂຮມ​ອັດຖິ​ນັກຮົບ​ອາສາ​ສະໝັກ ແລະ ຊ່ຽວ ຊານ​ຫວຽດນາມ​ທີ່​ເສຍສະຫຼະ​ຊີວິດ​ຢູ່​ລາວ ໃນ​ລະດູແລ້ງ ໃນ​ປີ 2025-2026 ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ ຕະຫຼອດ​ໄລຍະ​ການ​ປະຕິບັດ​ໜ້າທີ່ ໃນ​ໄລຍະ​ຜ່ານ​ມາ​ແຂວງ ເຫງະ​ອ່ານ ໄດ້ ສົມທົບ​ກັບ 3 ແຂວງ ແຂວງ ວຽງ​ຈັນ, ຊຽງ​ຂວາງ ແລະ ໄຊ​ສົມບູນ ໄດ້​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ​ຊອກ​ຄົ້ນ ທ້ອນໂຮມ​ຮ່າງ​ອັດຖິ​ດ້ວຍ​ນ້ຳໃຈ​ມານະ​ອົດທົນ ​ແລະ ມີ​ຄວາມ​ຮັບຜິດຊອບ​ສູງ​ຂອງ​ອ້າຍ​ນ້ອງ​ພະນັກງານ​ກອງ​ຂຸດ​ຄົ້ນ​ອັດຖິ. ຜ່ານ​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ຕົວ​ຈິງ​ຢູ່​ພື້ນ​ທີ່​ຂອງ 3 ແຂວງ ສາມາດ​ຂຸດ​ຄົ້ນ​ ໄດ້​ທັງ​ໝົດ 80 ຮ່າງ​ອັດຖິ. ສຳລັບ​ແຜນການ​ໃນຕໍ່ໜ້າ​ແມ່ນ​ຈະ​ໄດ້​ສືບຕໍ່​ຮ່ວມ​ມື, ປະສານ​ສົມທົບ​ທັງ​ສອງ​ຝ່າຍ ເພື່ອ​ຊອກ​ຄົ້ນ​ຫາ​ຮ່າງ​ອັດຖິ​ທີ່​ຍັງ​ເຫຼືອ​ໃຫ້​ສຳ​ເລັດ​​ດ​ຕາມ​ແຜນການ. ຈາກ​ນັ້ນ ສະຫາຍ ປອ ສີ​ວຽງ​ໄຊ ອໍລະ​ບູນ ຮອງ​ປະ ທານຄະນະ​ກຳມະການ​ປົກຄອງ​ແຂວງ​ວຽງ​ຈັນ ໄດ້​ຕາງໜ້າ​ໃຫ້​ຄະນະ​ປະຕິບັດ​ງານ​ພິເສດ​ທັງ 3 ແຂວງ ຂຶ້ນ​ມີ​ຄຳ​ເຫັນ​ແລກປ່ຽນ ເຊິ່ງ​ກັນ ແລະ ກັນ ພ້ອມ​ທັງ​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ.        ໂອກາດ​ດັ່ງກ່າວ, ສະຫາຍ ຟຸງ ແທັງ ວິງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ ເຫງະ​ອານ ໄດ້​ສະແດງ​ຄວາມ​ຂອບ​ອົກ​ຂອບໃຈ​ຢ່າງ​ເລິກເຊິ່ງ​ຕໍ່​ພັກ-ລັດ, ກອງທັບ ແລະ ປະຊາຊົນ​ບັນດາເຜົ່າ​ລາວ​ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ ແຂວງ ວຽງ​ຈັນ, ຊຽງ​ຂວາງ, ໄຊ​ສົມບູນ ທີ່​ໄດ້​ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ ແລະ ສ້າງ​ເງື່ອນໄຂ​ດີ​ທີ່​ສຸດ​ໃຫ້​ຄະນະ​ຊອກ​ຄົ້ນ​ບັນດາ​ຮ່າງ​ອັດຖິ ຈົນ​ໄດ້​ຮັບ​ຜົນສຳເລັດ​ຕາມ​ແຜນການ ແລະ ຫວັງ​ຢ່າງ​ຍິ່ງ​ວ່າ ໃນຕໍ່ໜ້າ​ນີ້​ພວກ ​ເຮົາ​ຈະ​ໄດ້​ສືບຕໍ່​ຮ່ວມ​ມື ເພື່ອ​ຊອກ​ຄົ້ນ​ຮ່າງ​ອັດຖິ ໃນ​ລະດູແລ້ງ 2026-2027 ໃຫ້​ໄດ້​ຕາມ​ແຜນທີ່​ວາງ​ໄວ້. ຈາກ​ນັ້ນ​ທັງ​ສອງ​ຝ່າຍ​ກໍ່​ໄດ້​ເຊັນ​ບົດ​ບັນທຶກ​ການ​ປະສານ​ສົມທົບ​ວຽກ​ງານ​ຊອກ​ຄົ້ນຮ່າງ​ອັດຖິ​ດັ່ງກ່າວ ໂດຍ​ມີ​ຄະນະ​ທັງ​ສອງ​ຝ່າຍ​ຮ່ວມ​ເປັນ​ສັກຂີ​ພິຍານ ພ້ອມ​ນັ້ນ​ຍັງ​ໄດ້​ມອບ​ຂອງຂວັນ​ ທີ່​ລະນຶກ​ເຊິ່ງ​ກັນ ແລະ ກັນຕື່ມອີກ​. ໂດຍ: ສາຍ​ຄຳ ພອນ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ