ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 279 ປ່ອຍ​ປາ ໃສ່​ໜອງ​ລວມ​ຂອງ​ຕົນ
ເວລາອອກຂ່າວ: 2026-06-03 08:46:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 120 | ຄວາມນິຍົມ:



ໃນ​ວັນ​ທີ 28 ພຶດສະພາ 2026 ນີ້, ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 279 ໄດ້​ຈັດ​ຕັ້ງ​ປ່ອຍ​ປາ ຢູ່​ໜອງ​ລວມ​ຂອງ​ພະ​ແນກ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ພັນ​ເອກ ເມກ​ສະຫວັນ ແກ້ວ​ດວງ​ດີ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 279 ພ້ອມ​ດ້ວຍ​ຄະນະ ແລະ ພະນັກງານ-ນັກຮົບ ທົ່ວ​ພະ​ແນກ​ເສນາ​ທິ​ການ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທະ​ວັດ​ໄຊ ພວງ​ມະ​ໄລ ຮອງ​ຫົວໜ້າ​ການ​ທະຫານ ຫົວໜ້າ​ພະ​ແນກ​ເສນາ​ທິ​ການ ໃຫ້​ຮູ້​ວ່າ: ສຳລັບ​ກິດຈະກຳ​ປ່ອຍ​ປາ ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ເປັນ​ການ​ສ້າງ​ຄວາມ​ເຂັ້ມແຂງ ທາງ​ດ້ານ​ວຽກ​ງານ​ລ້ຽງ​ດູ​ທັບ ເພື່ອ​ຕອບ​ສະໜອງ​ແຫຼ່ງ​ອາຫານ​ດ້ານ​ ຊີ້ນ​ປາ ຮັບປະກັນ​ແກ້​ໄຂ​ຊິວິດ​ການ​ເປັນ​ຢູ່​ໃຫ້​ນາຍ ແລະ ພົນ ທະຫານ ໃນ​ກົມ​ກອງ​ສ້າງ​ເງື່ອນ ໄຂ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ຕາມ​ທ່າແຮງ​ບົ່ມ​ຊ້ອນ ເພື່ອ​ສ້າງ​ໃຫ້​ມີ​ລາຍ​ຮັບ​ສາມາດ​ຕອບ​ສະໜອງ​ໄດ້​ໃນ​ການ​ດຳລົງ​ຊິວິດ​ປະຈຳ​ວັນ​ໃຫ້​ດີ​ຂຶ້ນ, ພ້ອມ​ທັງ​ເປັນ​ການ​ສ້າງ​ຂະ​ບວນ​ການ ຄຳນັບ​ຮັບ​ຕ້ອນ​ວັນເດັກນ້ອຍ​ສາກົນ ແລະ ວັນ​ປູກ​ຕົ້ນ​ແຫ່ງ​ຊາດ​ທີ່​ຈະ​ມາ​ເຖິງ​ໃນ​ໝໍ່ໆ ນີ້​ໃຫ້​ເປັນ​ຂະ​ບວນ​ການ​ຝົດ​ຟື້ນ, ສຳລັບ​ປາ​ທີ່​ນຳ​ມາ​ປ່ອຍ​ໃນ​ຄັ້ງ​ນີ້ ມີ ປາ​ນິນ, ປາ​ໃນ, ປາ​ກົມ, ປາ​ເກັດ​ແລບ ແລະ ປາ​ອື່ນໆ, ລວມ​ທັງ​ໝົດ 2.000 ກວ່າ​ໂຕ ມູນ​ຄ່າ 2.500.000 ກີບ. ໂດຍ ນ. ມະນີ​ວັນ ນິ​ທະ​ກອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ