ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ໂຮງໝໍ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ສະຫຼຸບ​ຕີ​ລາຄາ ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ
ເວລາອອກຂ່າວ: 2026-06-03 08:44:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 116 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ການ​ກໍ່ ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2025 ຂອງ​ໂຮງໝໍ ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ພຶດສະພາ 2026 ທີ່​ສະໂມສອນ​ຂອງ​ກົມ​ກອງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ເສົາ ປັນຍາ​ແພງ ເລຂາ​ໜ່ວຍ​ພັກ ໂຮງໝໍ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ ສະຫາຍ ພັນ​ໂທ ສີ​ປະເສີດ ສອນ​ພັນ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ໜ່ວຍ​ປະຕິບັດ​ງານ​ຂອງ​ແຂວງ, ໜ່ວຍ​ປະຕິບັດ​ງານ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ, ມີ​ສະມາຊິກ​ພັກ ແລະ ພະນັກງານ​ຫຼັກ​ແຫຼ່ງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ເສົາ ປັນຍາ​ແພງ ໄດ້​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ ການ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2025 ແລະ ທິດ​ທາງ​ແຜນການ ປະຈຳ​ປີ 2026 ໃຫ້​ຮູ້​ວ່າ: ໜ່ວຍ​ພັກ​ໂຮງໝໍ ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ເປັນ​ໜ່ວຍ​ພັກ​ຮາກ​ຖານ​ໜຶ່ງ​ທີ່ຢູ່​ພາຍ​ໃຕ້​ການ​ນຳພາ-ຊີ້​ນຳ​ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ໃນ​ໄລຍະ 1 ປີຜ່ານມາ ຄະນະ​ໜ່ວຍ​ພັກ ໄດ້​ນຳພາ​ສະມາຊິກ​ພັກ ແລະ ພະນັກງານ-ນັກຮົບ ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ ຂອງ​ຕົນ​ເຮັດ​ໃຫ້​ວຽກ​ງານ​ໄດ້​ຮັບ​ຜົນສຳເລັດ, ເຊິ່ງ​ສະແດງ​ອອກ ໄດ້​ນຳພາ​ກົມ​ກອງ​ປະຕິບັດ​ໄດ້​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ​ວາງ​ອອກ​ໄດ້​ເປັນ​ຢ່າງ​ດີ ສາມາດ​ຕີ​ລາຄາ​ແບ່ງ​ປະເພດ​ຂອງ​ສະມາຊິກ​ພັກ ໄດ້​ປະເພດ​ແຂງ 67 ສະຫາຍ, ຍິງ 46 ສະຫາຍ, ອົງ​ການຈັດຕັ້ງ​ມະຫາຊົນ​ຊາວ​ໜຸ່ມ-​ແມ່ຍິງ​ ໄດ້​ປະເພດ​ແຂງ; 4 ໜ່ວຍ​ພັກ​ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ​ໂຮງໝໍ ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກແໜ້ນ, ຈາກ​ນັ້ນ; ກອງ​ປະຊຸມ ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ຂັ້ນ​ເທິງ​ມອບ​ໃບ​ຢັ້ງ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໃຫ້​ທັງ 4 ໜ່ວຍ​ພັກ. ໂດຍ: ນາງ ບົວ​ລິ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ