ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ກອງພັນ​ໃຫຍ່ 645 ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີວິດ
ເວລາອອກຂ່າວ: 2026-06-03 08:43:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ:



ວັນ​ທີ 25 ພຶດສະພາ 2026, ກອງພັນ​ໃຫຍ່ 645 ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີ​ວີດ​ໃຫ້ ຄອບຄົວ​ພະນັກງານ​ຜູ້​ທີ່​ເສຍ​ຊີວິດ ແລະ ເງິນ​ນະໂຍບາຍ​ອຸດ​ໜູນ​ບຳ​ເນັດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ທອງຄຳ ໄຊ​ວົງສາ ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 645, ມີ​ຂະ ແໜງການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ ຄອບຄົວ​ຍາດ​ພີ່ນ້ອງ​ຜູ້​ເສຍ​ຊີວິດ ແລະ ພະນັກງານ​ຜູ້​ທີ່​ໄດ້​ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ບຳ​ເນັດ ເຂົ້າ​ຮ່ວມ. ອີງ​ຕາມ​ຄຳ​ສັ່ງ​ແນະນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ກົດໝາຍ​ປະກັນ​ສັງຄົມ​ໃນ​ກອງທັບ​ປະຊາຊົນ​ລາວ, ອີງ​ຕາມ ການ​ສະເໜີ ຂໍ​ພັກ​ການ​ອຸດ​ໜູນ ຮັບ​ເງິນ​ບຳ​ເນັດ ແລະ ເສຍ​ຊີວິດ​ຂອງ​ນາຍ​ທະຫານ ແລະ ສະມາຊິກ​ຄອບຄົວ​ຢູ່​ບັນດາ​ກົມ​ກອງ​ທີ່​ຂຶ້ນ​ກັບ​ກອງພັນ​ໃຫຍ່ 645; ໃນ​ນີ້, ໄດ້​ຕົກລົງ ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ ຈຳນວນ 4 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 209.699.800 ກີບ. ໂດຍ: ຄຳ​ໝັ້ນ ຄົງ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ