ກອງພົນທີ 5 ປະກາດການແຕ່ງຕັ້ງພະນັກງານຂັ້ນນຳພາ-ບັນຊາ ຢູ່ບາງອົງການ ແລະ ຫົວໜ່ວຍກົມກອງ ທີ່ຂຶ້ນກັບ
ເວລາອອກຂ່າວ: 2026-06-02 15:01:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 301 | ຄວາມນິຍົມ: ![]()
ວັນທີ 28 ພຶດສະພາ 2026 ນີ້, ກອງພົນທີ 5 ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານຂັ້ນນຳພາ-ບັນຊາ ຢູ່ບາງອົງການ ແລະ ບາງຫົວໜ່ວຍກົມກອງ ທີ່ຂຶ້ນກັບ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ຫົວໜ້າການເມືອງ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາກອງພົນ, ອົງການ, ຫ້ອງ, ກອງພັນໃຫຍ່, ສູນຝືກ, ກອງພັນ, ກອງຮ້ອຍເອກະລາດ, ໂຮງໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳໄພ ປະທຸມທອງ ຫົວໜ້າພະແນກພະນັກງານ ກອງພົນທີ 5 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນນຳພາ-ບັນຊາ ຢູ່ບາງອົງການ ແລະ ບາງຫົວໜ່ວຍກົມກອງ ທີ່ຂຶ້ນກັບກອງພົນທີ 5 ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາໄພ ຈັນທະອາສາ ເປັນຫົວໜ້າການເມືອງ ກອງພັນ 564, ສະຫາຍ ພັນໂທ ຄຳແກ້ວ ເຫຼົາມະນີ ເປັນຫົວໜ້າການເມືອງ ກອງພັນ 635, ສະຫາຍ ພັນໂທ ພະຫັດໄຊ ວານີວົງ ເປັນຫົວໜ້າພະແນກຕີພິເສດ, ສະຫາຍ ພັນໂທ ຄຳສ່ຽມ ພັນສະຫວ່າງ ເປັນຫົວໜ້າພະແນກຊາວໜຸ່ມ, ສະຫາຍ ພັນໂທ ດວງເພັດເຂດພູຄຳ ເປັນຮອງຫົວໜ້າພະແນກພະນັກງານ, ສະຫາຍ ພັນຕີ ສົມຊາຍ ທຳມະວົງ ເປັນຮອງຫົວໜ້າພະແນກຕີພິເສດ, ສະຫາຍ ພັນຕີ ທົດສະກັນ ນີນາລາວົງ ເປັນຮອງຫົວໜ້າພະແນກຊາວໜຸ່ມ, ສະຫາຍ ພັນຕີ ອຸດົມ ເຜິຍຄຳສີງ ເປັນຮອງຫົວໜ້າການເມືອງກອງພັນ 10 ກອງພັນໃຫຍ່ 501 ແລະ ຜ່ານຂໍ້ຕົກລົງ ຂອງກອງພົນທີ 5 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ຄຳຜັນ ບຸນພະໄຊ ເປັນຮັກສາການຫົວໜ້າຫ້ອງການ ກອງພົນທີ 5.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ທີ່ໄດ້ສ້າງຜົນງານ ແລະ ປະກອບສ່ວນອັນສຳຄັນໃຫ້ແກ່ການຈັດຕັ້ງໃນໄລຍະຜ່ານມາ, ເຊິ່ງການປັບປຸງ ແລະ ບູລະນະໂຄງຮ່າງການຈັດຕັ້ງ ແມ່ນເປັນຄວາມຈຳເປັນຕາມຄວາມຮຽກຮ້ອງຂອງໜ້າທີ່ວຽກງານໃນໄລຍະໃໝ່ ເພື່ອຍົກສູງຄຸນນະພາບ ແລະ ພັດທະນາກົມກອງໃຫ້ມີຄວາມກ້າວໜ້າເຂັ້ມແຂງຂຶ້ນເປັນກ້າວໆ, ຜູ້ໄດ້ຮັບການແຕ່ງຕັ້ງຕ້ອງໄດ້ສືບຕໍ່ຍົກສູງທາງດ້ານຄວາມສາມັກຄີອັນເປັນປຶກແຜ່ນ, ຕັ້ງໜ້າບຸກບືນ, ຫ້າວຫັນໃນການປະຕິບັດວຽກງານ ໂດຍສະເພາະແມ່ນວຽກງານການເມືອງ-ແນວຄິດ, ດ້ານວິຊາສະເພາະ ເພື່ອພ້ອມກັນປະຕິບັດທຸກໜ້າທີ່ ທີ່ການຈັດຕັ້ງຂັ້ນເທີງມອບໝາຍໃຫ້.
ໂດຍ: ໄຊຍະຄານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















