ອົງການຈັດຕັ້ງມະຫາຊົນ ກົມໃຫຍ່ເສນາທິການກອງທັບ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອອ້າຍນ້ອງທະຫານ ຢູ່ກອງພັນ 468
ເວລາອອກຂ່າວ: 2026-06-02 14:43:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 295 | ຄວາມນິຍົມ: ![]()
ວັນທີ 29 ພຶດສະພາ 2026 ທີ່ຜ່ານມານີ້, ອົງການຈັດຕັ້ງມະຫາຊົນ ກົມໃຫຍ່ເສນາທິການກອງທັບ ນຳພາໂດຍ ສະຫາຍ ພົນຈັດຕະວາ ບົວຄໍາ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ອ້າຍນ້ອງທະຫານ ຢູ່ກອງພັນ 468 ກອງພົນ 1, ເຊິ່ງໃຫ້ການຕ້ອນຮັບ ແລະ ນໍາພາ ເຄື່ອນໄຫວໂດຍ ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຫົວໜ້າການເມືອງ ກອງພົນທີ 1 ພ້ອມດ້ວຍອົງການຈັດຕັ້ງມະຫາຊົນກອງພົນ, ມີຄະນະພັກ-ຄະນະບັນຊາ ກອງພັນ 468 ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ການເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ອ້າຍນ້ອງທະຫານ ຢູ່ກອງພັນ 468 ໃນຄັ້ງນີ້, ເປັນການປຸກລະດົມນ້ຳໃຈຟົດຟື້ນປະຕິວັດ ໃຫ້ແກ່ນາຍ ແລະ ພົນທະຫານ ທີ່ພວມປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ຫ່າງໄກສອກຫຼີກ ເວົ້າລວມ, ເວົ້າສະເພາະ ກອງພັນ 468 ແມ່ນກົມກອງທະຫານຮາບ ທີ່ຂຶ້ນກັບກອງພົນທີ 1 ເຮັດໜ້າທີ່ສູ້ຮົບຢູ່ແນວໜ້າ ແລະ ປະຕິບັດໜ້າທີ່ຢູ່ຂອບເຂດທຸລະການດານຫ່າງໄກສອກຫຼີກ. ເຊີ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ໝີ່ສຳເລັດຮູບ, ປາກະປ໋ອງ, ເຄື່ອງດື່ມ ແລະ ອາຫານແຫ້ງ ມູນຄ່າທັງໝົດ 22,000,000 ກີບ.
ໂດຍ: ຊັນໂດ ລາດຊະພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















