ກົມໃຫຍ່ເສນາທິການກອງທັບ ຈັດພິທີ ປູກຕົ້ນໄມ້ ແລະ ປ່ອຍປາ
ເວລາອອກຂ່າວ: 2026-06-02 12:03:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 350 | ຄວາມນິຍົມ: ![]()
ວັນທີ 29 ພຶດສະພາ 2026 ນີ້, ກົມໃຫຍ່ເສນາທິການກອງທັບ ຈັດພິທີ ປູກຕົ້ນໄມ້ ແລະ ປ່ອຍປາ ເນື່ອງໃນໂອກາດວັນປູກຕົ້ນໄມແຫ່ງຊາດ ຄົບຮອບ 46 ປີ (01/06/1980-01/06/2026) ແລະ ວັນເດັກນ້ອຍສາກົນ ຄົບຮອບ 102 ປີ (01/06/1924-01/06/2026), ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນຳກົມ, ກອງ, ຫ້ອງການ, ພະນັກງານ-ນັກຮົບ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນໂທ ວຽງແກ້ວ ບົວໄລວັນ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ ກ່າວຈຸດປະສົງຂອງການປູກຕົ້ນໄມ້ໃນຄັ້ງນີ້ ກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ທັງເປັນການປະກອບສ່ວນເຂົ້າໃນຂະບວນການລວມຂອງຊາດ, ຂອງກອງທັບ ເພື່ອສ້າງຈິດສຳນຶກໃຫ້ລູກຫຼານ ເຫັນຄຸນຄ່າຂອງປ່າໄມ້ ແລະ ເປັນການປະກອບສ່ວນໃຫ້ຮັກ ແລະ ຫ່ວງແຫນ, ສ້າງຈິດສໍານຶກໃຫ້ທຸກຄົນ ອະນຸລັກປົກປັກຮັກສາປາໄມ້ໃຫ້ເປັນຮົ່ມເງົາ ເປັນປະໂຫຍດໃຫ້ແກ່ການດຳລົງຊີວິດຂອງຄົນ ແລະ ສັດນາໆພັນ.
ສໍາລັບເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້: ແມ່ນການປະກອບສ່ວນຂອງບັນດາກົມ-ຫ້ອງການ ຂອງກົມໃຫຍ່ເສນາທິການ ມີເບ້ຍໄມ້ອຸດສາຫະກຳ (ໄມ້ດູ່) ຈຳນວນ 15ເບ້ຍ/ກົມ, ໄມ້ໃຫ້ໝາກ 5 ເບ້ຍ/ກົມ, ກົມໃຫຍ່ເສນາທິການຊື້ເບ້ຍໄມ້ອຸດສາຫະກຳ (ໄມ້ດູ່) ຈໍານວນ 100 ເບ້ຍ, ຕົ້ນໄມ້ໃຫ້ໝາກ 20 ເບ້ຍ ແລະ ປານ້ອຍ ຈໍານວນ 10,000 ກ່ວາໂຕ.
ໂດຍ: ນາງ ສຸພາພອນ ລາດສີເມືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















