ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ໂຮງໝໍສູນກາງ 103 ກອງທັບ ປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ
ເວລາອອກຂ່າວ: 2026-06-02 12:01:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 320 | ຄວາມນິຍົມ:



ວັນທີ 1 ມິຖຸນາ 2026 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (01 ມິຖຸນາ 1980 – 01 ມິຖຸນາ 2026) ຢູ່ພາຍໃນບໍລິເວນໂຮງໝໍ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຊ່ຽວຊານ, ພະນັກງານແພດໝໍ, ນາຍ ແລະ ພົນທະຫານ ເຂົ້າຮ່ວມ. ການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້, ແມ່ນເພື່ອຮ່ວມກັນສ້າງຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ, ເພີ່ມເນື້ອທີ່ສີຂຽວ, ແລະ ສ້າງຄວາມຮົ່ມເຢັນ ໃຫ້ແກ່ບໍລິເວນໂຮງໝໍ ເພື່ອໃຫ້ກາຍເປັນໂຮງໝໍສີຂຽວ, ສະອາດ, ງາມຕາ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໃຫ້ເໝາະສົມກັບການເປັນສະຖານທີ່ບໍລິການ ແລະ ປິ່ນປົວສຸຂະພາບຂອງຄົນເຈັບ. ໃນພິທີ, ສະຫາຍ ພົນຈັດຕະວາ ສະແຫວງໄຊ ດາລາສາດ ພ້ອມດ້ວຍບັນດາສະຫາຍການນຳ ແລະ ພະນັກງານທົ່ວໂຮງໝໍ ໄດ້ຮ່ວມແຮງຮ່ວມໃຈກັນປູກ ແລະ ບົວລະບັດຮັກສາຕົ້ນໄມ້ ດ້ວຍບັນຍາກາດທີ່ເຕັມໄປດ້ວຍຄວາມສາມັກຄີ ແລະ ສະໜິດສະໜົມ. ໂດຍ: ໂຊກທະວີ ແກ້ວບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ