ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ຍົກຂີດຄວາມສາມາດການຂັບຂີ່ ແລະ ນໍາໃຊ້ຍານພາຫະນະລົດຂະໜາດເບົາໃນກອງທັບ
ເວລາອອກຂ່າວ: 2026-06-02 10:44:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 419 | ຄວາມນິຍົມ:



ເພື່ອຄວາມຄ່ອງແຄ້ວວ່ອງໄວໃນສະໜາມຮົບ ແລະ ເຄື່ອນໄຫວຮັບໃຊ້ໃນແນວໜ້າ ຫຼາຍກອງທັບໃນໂລກ ໄດ້ຫັນມານໍາໃຊ້ພະຫະນະທີ່ມີຂະໜາດນ້ອຍ, ມິດງຽບ ແລະ ເດີນທາງໄປໃນເຂດກັນດານໄດ້ດີ ໃຊ້ງານໄດ້ງ່າຍ ໃນເຂດທີ່ພະຫະນະຂົນສົ່ງທາງທະຫານບາງຊະນິດບໍ່ສາມາດເຂົ້າເຖີງໄດ້ ດ້ວຍການຖອດຖອນບົດຮຽນຫຼາຍດ້ານ ກອງທັບລາວ ຈຶ່ງໄດ້ຮັບການຊ່ວຍເຫຼືອໃນການສິດສອນ ແລະ ວິທີການນໍາໃຊ້ພາຫະນະຂະໜາດເບົາ ລົດ ATV ແລະ ລົດຈັກວິບາກ ໃນການເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ ‘’ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂລຣສ 2026 ‘’ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ໃນກອງທັບລາວເຮົາ ໄດ້ມີບົດຮຽນ ແລະ ຄວາມສາມາດໃນການຂັບຂີ່ນໍາໃຊ້ ລົດ ATV ແລະ ລົດຈັກວິບາກ ເຂົ້າໃນໜ້າທີ່ວຽກງານ ແລະ ໜ້າສະໜາມໃນຕໍ່ໜ້າ. ສະຫາຍ ຮ້ອຍເອກ ບົວເງິນ ນັກອົບຮົມມາຈາກ ກອງພັນ 709 ກອງບັນຊາການທະຫານແຂວງຈໍາປາສັກ ໃຫ້ຮູ້ວ່າ: ຜ່ານການເຂົ້າຮ່ວມການຮຽນຂັບຂີ່ ແລະ ນໍາໃຊ້ (ລົດຈັກວິບາກ ແລະ ລົດATV) ເຫັນວ່າ ລົດດັ່ງກ່າວແມ່ນມີຄວາມຄ່ອງແຄ້ວສູງເກືອບທຸກສະພາບ, ໃຊ້ງານງ່າຍ ເໝາະສົມກັບພູມມີປະເທດທີ່ລົດບັນທຸກທາງທະຫານໄປບໍ່ໄດ້, ມີຂະໜາດເໝາະສົມກັບທາງນ້ອຍພູຜາຊັນ, ດີນຕົມ ແລະ ອື່ນໆ... ທັງນີ້ ກໍຍ້ອນຄູເຝິກກອງທັບຣັດເຊຍ ໄດ້ເອົາໃຈໃສ່ຖ່າຍທອດບົດຮຽນ, ຕິດຕາມຢ່າງໃກ້ສິດ ສິດສອນເປັນກັນເອງ ເຖີງວ່າມີຄວາມຫຍຸ້ງຍາກດ້ານພາສາ, ເວລາສອນບຸກຄົນຕໍ່ບຸກຄົນໜ້ອຍ ແຕ່ຍ້ອນຄວາມຕັ້ງໃຈສິດສອນ ເຮັດໃຫ້ນັກອົບຮົມກອງທັບປະຊາຊົນລາວພວກເຮົາເຂົ້າໃຈຂັ້ນຕອນ, ວີທີການນໍາໃຊ້ (ລົດຈັກວິບາກ ແລະ ລົດATV) ໄດ້ງ່າຍຂຶ້ນ. ພາຍຫຼັງສໍາເລັດການເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂລຣວ 2026 “ ໃນຄັ້ງນີ້ ຕົນເອງຈະນໍາເອົາບົດຮຽນທີ່ເກັບກໍາໄດ້ໄປຜັນຂະຫຍາຍ ໃຫ້ສະຫາຍໝູ່ເພື່ອນໃນກົມກອງ ເພື່ອເຮັດໃຫ້ມີຄວາມເຂົ້າໃຈ ແລະ ສາມາດນໍາໃຊ້ (ລົດຈັກວິບາກ ແລະ ລົດATV) ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງກົມກອງ ໃຫ້ໄດ້ຮັບໝາກຜົນສູງຂຶ້ນ. ຜ່ານການຕິດຕາມ, ເກັບກໍາຂ່າວ ຂອງບັນດາສື່ຂ່າວກອງທັບພວກເຮົາເຫັນວ່າ: ການອົບຮົມຫັດແອບຂອງແຕ່ລະບົດແມ່ນມີຄວາມເຂັ່ງຕືງ, ຄູເຝິກ, ນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມຫັດແອບແມມ່ນມີຄວາມເອົາໃຈໃສ່ສິດສອນ, ຫັດແອບຢ່າງຕັ້ງໜ້າ ເພື່ອບັນລຸໄດ້ເປົ້າໝາຍ, ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເພື່ອນໍາໄປຈັດຕັ້ງປະຕິບັດໃນຕໍ່ໜ້າ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ