ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ
ເວລາອອກຂ່າວ: 2026-06-02 10:29:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 313 | ຄວາມນິຍົມ:



ວັນທີ 31 ພຶດສະພາ 2026 ນີ້, ທີ່ສວນເຈົ້າອານຸວົງ, ນະຄອນຫຼວງວຽງຈັນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ຄົບຮອບ 46 ປີ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດ ລ້ອມແຫ່ງຊາດ (5 ມິຖຸນາ) ຄົບຮອບ 27 ປີ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະນໍານະຄອນຫຼວງວຽງຈັນ ແລະ ຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມ. ໃນພິທີ ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຕາງໜ້າຄະນະຮັບຜິດຊອບ ລາຍງານຫຍໍ້ກ່ຽວກັບປະຫວັດຄວາມເປັນມາ ແລະ ຜົນການຈັດຕັ້ງປະຕິບັດງານປູກໄມ້ ໃນໄລຍະຜ່ານມາວ່າ: ພັກ ແລະ ລັດຖະບານ ໄດ້ກຳນົດເອົາວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ປີ 1980 ເປັນຕົ້ນມາ ເພື່ອປູກຈິດສໍານຶກໃຫ້ທົ່ວສັງຄົມ ໂດຍສະເພາະ ອານຸຊົນ ແລະ ເຍົາວະຊົນ ໃຫ້ເຫັນໄດ້ເຖິງຄວາມສໍາຄັນຂອງປ່າໄມ້ ທັງເປັນການປຸກລະດົມທົ່ວປວງຊົນເຂົ້າຮ່ວມ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ຕາມທິດສີຂຽວ ແລະ ຍືນຍົງ. ໃນປີ 2026 ສຳລັບຢູ່ນະຄອນຫຼວງວຽງຈັນ ມີແຜນການປູກຕົ້ນໄມ້ໃນເນື້ອທີ່ປະມານ 50 ເຮັກຕາ ຢູ່ຕາມຈຸດຕ່າງໆ ລວມທັງເຂດທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ປ່າ, ເຊີ່ງຊະນິດພັນໄມ້ ທີ່ຈະປູກປະກອບມີ: ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ ໄມ້ແຄນ, ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນເທພາ ລວມທັງໝົດ 80 ພັນກວ່າເບ້ຍ. ນອກນີ້ ຢູ່ແຕ່ລະແຂວງ ແລະ ນະຄອນຫຼວງ ຍັງມີແຜນຈັດງານວາງສະແດງເບ້ຍໄມ້ ເພື່ອສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມຕື່ມອີກ. ສະເພາະປູກຢູ່ສວນເຈົ້າອະນຸວົງ ໃນຄັ້ງນີ້ ປະກອບມີ ໄມ້ແຕ່ຂ່າ ແລະ ໄມ້ດູ່. ສໍາລັບຄໍາຂວັນຂອງວັນປູກຕົ້ນ ໄມ້ແຫ່ງຊາດປີນີ້ແມ່ນ: "ຮ່ວມແຮງຮ່ວມໃຈຊ່ວຍກັນ ປູກຕົ້ນໄມ້ ຢ່າງໜ້ອຍ ໜຶ່ງຕົ້ນຕໍ່ຄົນຕໍ່ປີ" ແລະ "ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຄົບຮອບ 46 ປີ ຢ່າງສຸດໃຈ". ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮ່ວມກັນປູກຕົ້ນໄມ້ ແລະ ຮັບຊົມການສາທິດບິນໂດຣນຫົດນ້ຳຕົ້ນໄມ້. ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ