ກອງປະຊຸມສາມັນ ຄັ້ງທີ VI ປະຈຳປີ 2026 ລະຫວ່າງ ສອງໂຮງຮຽນ ຂອງກອງທັບ ລາວ-ຫວຽດນາມ
ເວລາອອກຂ່າວ: 2026-06-02 10:26:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 317 | ຄວາມນິຍົມ: ![]()
ກອງປະຊຸມສາມັນຄັ້ງທີ VI ປະຈຳປີ 2026 ລະຫວ່າງ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ກອງທັບປະຊາຊົນລາວ ກັບ ໂຮງຮຽນການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນໃນ ວັນທີ 1 ມິຖຸນາ 2026 ນີ້, ທີ່ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມະວົງ ຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ແລະ ສະຫາຍ ພັນເອກ ຮິ່ງໂດນ ຫົວໜ້າອໍານວຍການ ໂຮງຮຽນການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ, ມີຄະນະຜູ້ແທນທັງ 2 ຝ່າຍ ເຂົ້າຮ່ວມ.
ກ່ອນເຂົ້າຮວ່ມກອງປະຊຸມ ສະຫາຍ ພົນ ຈັດຕະວາ ວົງມະນີຈັນ ສາມາວົງ ໄດ້ນຳພາ ສະຫາຍ ພັນເອກ ຮິ່ງໂດນ ພ້ອມດ້ວຍຄະນະ ທ່ຽວຊົມສະຖານທີ່ສຳຄັນຕ່າງໆ ຂອງກົມກອງເປັນຕົ້ນແມ່ນ: ຫໍມູນເຊື້ອ, ສະຖານທີ່ທໍາການຜະລິດ ແລະ ຮວ່ມກັນປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ.
ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ແລະ ສະຫາຍ ພັນເອກ ຮິ່ງໂດນ ໄດ້ຜັດປຽ່ນກັນລາຍງານ ແລະ ທົບທວນຄືນວຽກງານຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນ ແລະ ຖອດຖອນບົດຮຽນ ເພື່ອແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ໃນໄລຍະຜ່ານມາ ແລະ ສືບຕໍ່ພົວພັນຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໃນປີ 2026, ເຊີ່ງໃນໄລຍະຜ່ານມາທັງສອງໂຮງຮຽນ ໄດ້ຊຸກຍູ້ໂຄສະນາເຜີຍແຜ່ມູນເຊື້ອການພົວພັນຮ່ວມມື ຂອງສອງປະເທດ, ສຶກສາອົບຮົມສ້າງຈິດສໍານຶກ ໃຫ້ແກ່ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາ ໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ພ້ອມກັນນັ້ນ ຍັງໄດ້ແລກປ່ຽນຂໍ້ມູນຂ່າວສານນຳກັນເປັນປົກະຕິ, ຢ້ຽມຢາມອວຍພອນເຊີ່ງກັນ ແລະ ກັນ ເນື່ອງໃນໂອກາດວັນສໍາຄັນຕ່າງໆ ຂອງສອງຊາດ, ສອງກອງທັບ ແລະ ມູນເຊື້ອຂອງສອງໂຮງຮຽນ, ພິເສດ: ໃນປີຜ່ານມາໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຮັບການຊ່ວຍເຫຼືອຈາກກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໃຫ້ທຶນປັບປຸງພື້ນຖານໂຄງລ່າງ ມູນຄ່າ 200 ລ້ານດົ້ງ, ມອບທຶນໃຫ້ຄອບຄົວການນໍາໂຮງຮຽນໄປພັກແລ້ງ 2 ຄອບຄົວ, ພະນັກງານໄປປີ່ນປົວສຸຂະພາບ 5 ສະຫາຍ ແລະ ຊ່ວຍເຫຼືອຕິດຕັ້ງຈໍແອວອີດີ (LED ) ໃສ່ສະໂມສອນ ມູນຄ່າ 150 ລ້ານດົ້ງ. ພ້ອມນັ້ນ, ໃນກອງປະຊຸມ ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ເອກະພາບກັນປະຕິບັດບັນດາເນື້ອໃນຮ່ວມມື ແລະ ເຊັນບົດບັນທຶກ ການຮ່ວມມືແລກປ່ຽນໃນປີ 2026 ພ້ອມທັງ ມອບຂອງ ຂອງຂວັນ ເຊິ່ງກັນ ແລະ ກັນ ຕື່ມອີກ.
ໂດຍ :ຄຳແປງ ຟອງສາຍໄໝ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















