ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ໂຮງຮຽນທະຫານຊາຍແດນ 712 ຈັດພິທີປູກຕົ້ນໄມ້
ເວລາອອກຂ່າວ: 2026-06-02 09:44:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ:



ວັນທີ 1 ມິຖຸນາ 2026 ນີ້, ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (01 ມິຖຸນາ 1980-01 ມິຖຸນາ 2026), ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສັນຕິສຸກ ພຸດທະວົງ ຫົວໜ້າການເມືອງ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະອຳນວຍການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສັນຕິສຸກ ພຸດທະວົງ ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນ ຂອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ຄຸນປະໂຫຍດຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ, ພັກ ແລະ ລັດຖະບານ ຈຶ່ງໄດ້ກຳນົດເອົາວັນທີ 01 ມິຖຸນາ ຂອງທຸກໆປີ ເຊິ່ງກົງກັບວັນເດັກນ້ອຍສາກົນ ເປັນວັນປູກຕົ້ນໄມ້ແຫ່ງຊາດ. ເຊິ່ງການສ້າງກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້, ກໍເພື່ອເປັນການປູກທົດແທນຄືນ ຕົ້ນໄມ້ທໍາມະຊາດທີ່ຖືກບຸກເບີກ, ນຳໃຊ້ເຂົ້າໃນການປັບປຸງກໍ່ສ້າງສະຖານທີ່ຕ່າງໆ, ທັງເປັນການປົກປັກຮັກສາຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ, ອຸດົມສົມບູນ, ຂຽວງາມ, ນໍາໃຊ້ໄດ້ຍາວນານ, ສ້າງລະບົບນິເວດ ແລະ ສະພາບແວດລ້ອມ ໃຫ້ມີຄວາມຊຸ່ມຊື່ນຂຽວສົດງົດງາມຢູ່ສະເໜີ. ພ້ອມກັນນັ້ນ, ກໍຍັງເປັນການປູກຈິດສຳນຶກ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງການປູກຕົ້ນໄມ້ ແລະ ພ້ອມກັນອະນຸລັກສິ່ງແວດລ້ອມ ເພື່ອເຮັດໃຫ້ລະບົບນິເວດມີຄວາມສົມດຸນ. ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ປະກອບມີ: ຕົ້ນໄມ້ດູ່ ຈຳນວນ 30 ຕົ້ນ, ໄມ້ຂະຍຸງ, ໄມ້ໃຫ້ໜາກ ແລະ ຕົ້ນໄມ້ປະດັບຈຳນວນໜຶ່ງ. ໂດຍ: ພິລະສອນ ວັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ