ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ລັດຖະມົນຕີກະຊວງປ້ອງກັນປະເທດ ລົງຕິດຕາມ, ຊົມການຈໍາລອງຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ 2026 “
ເວລາອອກຂ່າວ: 2026-06-02 09:39:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 339 | ຄວາມນິຍົມ:



ວັນທີ 1 ມິຖຸນາ 2026 ນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມກັບ ສະຫາຍ ເຊຣເກ ຊົດສະເກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊົມການຈໍາລອງ ຫັດແອບຊ້ອມຮົບຕີພິເສດແບບກາງແຈ້ງ ໂດຍສະເພາະແມ່ນການສູ້ຮົບໃນເຂດຕົວເມືອງ, ການໂຢດພົນທາງອາກາດ, ການນໍາໃຊ້ອາວຸດປະຈໍາກາຍຂອງທະຫານຮາບ, ການປ້ອງກັນຜູ້ນຳຂັ້ນສູງ, ການນໍາໃຊ້ໂດຣນ ແລະ ເຂົ້າໃນການສູ້ຮົບ ເຊິ່ງນາຍ ແລະ ພົນທະຫານ ທັງສອງຝ່າຍໄດ້ສະແດງຈໍາລອງຮູບແບບການເຝິກເຂົ້າຕີ, ປະສານສົມທົບເຊິ່ງກັນ ແລະ ກັນ, ນໍາໃຊ້ອາວຸດ, ຍຸດທະວິທີ ພາຫະນະທີ່ທັນສະໄໝ ເຂົ້າໃນການສູ້ຮົບສາມາດບັນລຸໝາກຜົນຕາມແຜນການ ແລະ ຄາດໝາຍທີ່ວາງໄວ້. ຈາກນັ້ນ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ກໍ່ໄດ້ເຂົ້າຮ່ວມຮັບຟັງການລາຍງານຕີລາຄາຜົນການເຝິກອົບຮົມ-ຫັດແອບໃນຄັ້ງນີ້ ເຊິ່ງສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍ ຜູ້ບັນຊາການທະຫານເຂດຕາເວັນອອກກອງທັບສະຫະພັນຣັດເຊຍ ໄດ້ລາຍງານໃນຈໍພາບທີ່ບັນທຶກບາດກ້າວ, ຈໍາລອງເຂົ້າຕີ ໂດຍຍົກໃຫ້ເຫັນຂີດຄວາມສາມາດຂອງນາຍ ແລະ ພົນທະຫານຝ່າຍລາວ ທີ່ໄດ້ຮັບການເຝິກ ແລະ ຖ່າຍຖອດບົດຮຽນໃນການເຝິກອົບຮົມ ແລະ ເຫັນວ່າ: ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ມີຮັບຮູ້ທີ່ວ່ອງໄວ, ມີຄວາມເຂົ້າໃຈ ແລະ ຄວາມສາມາດໃນການສູ້ຮົບເພີ່ມຂຶ້ນ ເພາະມີຄວາມເອົາໃຈໃສ່ໃນຄົ້ນຄວ້າຮໍ່າຮຽນ ໂດຍສະເພາະບັນດາບາດກ້າວ, ການນໍາໃຊ້ອາວຸດ, ຍານພາຫະນະຕ່າງໆ ລວມເຖິງການນໍາໃຊ້ທາດລະເບີດ, ລະເບີດມິນ ແລະ ວິທີການຕິດຕັ້ງນໍາໃຊ້ຄົບຖ້ວນ. ຮູ້ນໍາໃຊ້ຍຸດທະວິທີໃນການສູ້ຮົບໃນພູມມີປະເທດຕ່າງໆ ໂດຍສະເພາະໃນເມືອງ, ຕຶກອາຄານ ເຊິ່ງເປັນການຍົກລະດັບຄວາມສາມາດຂອງນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ໃຫ້ມີຄວາມຊໍານິຊຳນານ, ມີໄຫວພິກ, ມີຄວາມຄ່ອງແຄ້ວວ່ອງໄວ ສາມາດເຂົ້າທຳລາຍ ແລະ ດັບສູນເປົ້າໝາຍຢ່າງແມ່ນຢໍາ. ໂອກາດນີ້, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ຍັງໄດ້ຮ່ວມຊົມການຈັດວ່າງສະແດງອາວຸດຍຸດທະພັນ ທີ່ຝ່າຍກອງທັບສະຫະພັນຣັດເຊຍນໍາມາຈັດວາງສະແດງ ແລະ ນໍາໃຊ້ເຂົ້າໃນການເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ 2026 “ ໃນຄັ້ງນີ້ອີກດ້ວຍ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ