ຈາລຶກປະຫວັດສາດ! "ມາດຕິນ ໂອເດກາດ" ກາຍເປັນກັບຕັນທີມ ຄົນຫຼ້າສຸດ ທີ່ໄດ້ຊູຖ້ວຍແຊັມພຣີເມຍລີກໃຫ້ກັບ ອາເຊນອນ
ເວລາອອກຂ່າວ: 2026-06-02 09:22:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 204 | ຄວາມນິຍົມ: ![]()
"ມາດຕິນ ໂອເດກາດ" (Martin Ødegaard) ກັບຕັນທີມຄົນເກັ່ງຂອງ "ປືນໃຫຍ່" ອາເຊນອນ ຈາລຶກຊື່ໂຕເອງເຂົ້າສູ່ຕຳນານຂອງສະໂມສອນ ຫຼັງຈາກກາຍເປັນກັບຕັນທີມຄົນຫລ້າສຸດ ທີ່ໄດ້ຊູຖ້ວຍແຊ້ມ ພຣີເມຍລີກ ອັງກິດ ປະຈຳລະດູການ 2025/26.
ຄວາມສຳເລັດໃນຄັ້ງນີ້ ເຮັດໃຫ້ໂອເດກາດ ກາຍເປັນກັບຕັນທີມຄົນທຳອິດທີ່ໄດ້ຊູຖ້ວຍແຊ້ມລີກສູງສຸດຂອງອັງກິດໃຫ້ກັບ ອານເຊນອນ ຕໍ່ຈາກ ປາຕຣິກ ວິເອຣາ (Patrick Vieira) ອະດີດກອງກາງຕຳນານ ທີ່ເຄີຍເຮັດໄດ້ໃນລະດູການ 2003-2004 ຫຼື ເມື່ອ 22 ປີກ່ອນ ເຊິ່ງສະຖິຕິ 5 ກັບຕັນທີມອາເຊນອນ ທີ່ເຄີຍຊູຖ້ວຍແຊັມພຣີເມຍລີກ ນັບຕັ້ງແຕ່ປ່ຽນຊື່ການແຂ່ງຂັນມາເປັນ "ພຣີເມຍລີກ"(ປີ 1992 ເປັນຕົ້ນມາ) ມີ ກັບຕັນທີມອາເຊນອນ ພຽງແຕ່ 3 ຄົນເທົ່ານັ້ນ ທີ່ໄດ້ສຳຜັດ ແລະ ຊູຖ້ວຍແຊັມອັນຊົງກຽດນີ້ປະກອບມີ:
1. ໂທນີ ອາດຳສ໌ (Tony Adams): ລະດູການ 1997-98 ແລະ 2001-2002.
2. ປາຕຣິກ ວິເອຣາ (Patrick Vieira): ລະດູການ 2003-2024.
3. ມາດຕິນ ໂອເດກາດ (Martin Ødegaard): ລະດູການ 2025-26 (ຄົນຫຼ້າສຸດ).
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















