ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ກອງ​ພົນ​ນ້ອຍ​ລົດ​ຕັງ​ຍານ​ເກາະ 206 ຊ່ວຍ​ປະຊາຊົນ​ ດ້ວຍ​ບັນດາ​ໜ້າ​ວຽກ​ທີ່​ເຂົ້າ​ເຖິງ​ການ​ດຳລົງ​ຊີວິດ​ຈິງ
ເວລາອອກຂ່າວ: 2026-06-02 09:19:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 158 | ຄວາມນິຍົມ:



ຕາມ​ແຫຼ່ງ​ຂ່າວ​ຫວຽດນາມ, ໃນ​ຊຸມ​ປີຜ່ານມາ, ພ້ອມ​ກັບ​ໜ້າທີ່​ເຝິກແອບ, ກຽມພ້ອມ​ສູ້​ຮົບ, ພະ ນັກງານ-ນັກຮົບກອງພົນນ້ອຍ ​ລົດ​ຕັງ​ຍານ​ເກາະ 206 (ທະ ຫານ​ເຂດ 4) ຍາມ​ໃດ​ກໍ​ເອົາໃຈ ໃສ່​ປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຢ່າງ​ມີ​ປະ​ສິດທິ​ຜົນ, ປະກອບສ່ວນ​ສ້າງ “ທ່າຮົບໃນ​ ໃຈ​ປະຊາຊົນ” ຢ່າງ​ໝັ້ນ​ແກ່ນ. ດ້ວຍ​ຫຼາຍ​ໜ້າ​ວຽກ​ທີ່​ເຂົ້າ​ເຖິງ​ການ​ດຳລົງ​ຊີວິດ​ແທດ​ຈິງ, ບັນດາ​ນັກຮົບ​ລົດ​ຕັງ, ຍານເກາະໄດ້ສ້າງ​ ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ຕໍ່​ຄະ ນະພັກ, ອຳນາດ​ການ​ປົກຄອງ ແລະ ປະຊາຊົນ​ທ້ອງຖິ່ນ. ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ງານ “ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດທິ​ຜົນ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 4 ຢູ່​ບໍລິເວນ​ທະຫານ​ເຂດ 4”, ຄະນະ​ພັກ, ຄະນະ​ບັນຊາ​ກອງ​ພົນ​ນ້ອຍ​ລົດ​ຕັງ​ຍານ​ເກາະ 206 ກຳນົດ ວ່າ ນີ້​ແມ່ນ​ໜ້າທີ່​ການເມືອງສຳຄັນ, ພ້ອມ​ທັງແມ່ນ​ຄວາມ​ຮັບຜິດ ຊອບ, ນໍ້າ​ໃຈຄວາມ​ຮັກແພງຂອງ​ ພະນັກງານ-ນັກຮົບ​ຕໍ່​ກັບ​ປະຊາ ຊົນ​ບ່ອນ​ທີ່​ກົມ​ກອງ​ຕັ້ງ​ທັບ. ບົນ​ພື້ນຖານ​ດັ່ງກ່າວ, ກົມ​ກອງ​ໄດ້​ເປັນ​ເຈົ້າ​ການ​ສົມທົບ​ກັບ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ສ້າງ​ແຜນການ​ປະຕິບັດ​ລະອຽດ ເຊັ່ນ: ລາຍການ​ສົມທົບ​ກັນ​ປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ກັບ​ບັນດາ​ຄະນະ, ຂະ ແໜງການ, ອົງ​ການຈັດຕັ້ງ​ມະ ຫາຊົນ ເພື່ອ​ແນໃສ່​ໂຄສະນາເຜີຍ ແຜ່​ແຜນ​ນະໂຍບາຍ​ຂອງ​ພັກ, ນະໂຍບາຍ, ກົດໝາຍ​ຂອງ​ລັດ ຕິດ​ພັນ​ກັບ​ໜ້າທີ່​ການ​ປ້ອງ​ກັນ​ຊາດ, ການ​ທະຫານ​ທ້ອງຖິ່ນ. ພິເສດ, ວຽກ​ງານ​ສົມ​ທົບ​​ກັນ​ຜັນ​ຂະຫຍາຍ​ແຜນ​ງານລະຫວ່າງ​ກອງ​ພົນ​ນ້ອຍ​ລົດ​ຕັງ​ຍານ​ເກາະ 206 ກັບ​ຄະນະ​ກຳມະການ​ປະ ຊາຊົນ​ຕາແສງ ເຫງ້ຍ​ລາກ, ປັດ ຈຸບັນ​ແມ່ນ​ຕາແສງ ເຫງ້ຍ​ເລິມ, ແຂວງ​ເງະ​ອານ ໄດ້​ສ້າງພື້ນຖານ​ ເພື່ອ​ໃຫ້​ການເຄື່ອນໄຫວຂົນ ຂວາຍ​ປະຊາຊົນ​ເຂົ້າ​ສູ່​ລວງ​ເລິກ. ພະນັກງານ-ນັກຮົບ ຍັງ​ໄດ້​ລົງ​ຮາກ​ຖານ​ໂດຍ​ກົງ, ໃກ້ ຊິດ​ຕິດ​ແທດ​ກັບ​ບໍລິເວນ, ຮ່ວມ​ກິນ, ຮ່ວມ​ຢູ່, ຮ່ວມ​ເຮັດ​ວຽກ​ກັບ​ປະຊາຊົນ ເພື່ອ​ກຳ​ແໜ້ນແນວຄິດ​ຈິດໃຈ, ຄວາມ​ມຸ່ງ​ມາດ​ປາຖະ ໜາ, ຈາກ​ນັ້ນ ເລືອກ​ເອົາໜ້າ​ວຽກ​ທີ່​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ​ຂອງ​ທ້ອງຖິ່ນ. ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ພົ້ນ​ເດັ່ນ​ທີ່​ກອງ​ພົນ​ນ້ອຍໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ແມ່ນ​ວຽກ​ງານ​ໂຄສະນາ, ເຜີຍແຜ່​ກົດໝາຍ ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະຊາຊົນ. ກົມ​ກອງ​ໄດ້​ສົມທົບ​ ກັບ​ທ້ອງຖິ່ນ​ຜັນ​ຂະຫຍາຍດ້ວຍ​ຫຼາຍ​ຮູບ​ການ​ໂຄສະນາ ຄື: ກະ ຈາຍສຽງ​ຢູ່​ຮາກ​ຖານ, ໂຄສະນາ ເຄື່ອນ​ທີ່, ຕິດ​ປ້າຍ​ປາ​ໂນ, ປ້າຍ​ແພ, ຄຳ​ຂວັນ... ເນື້ອ​ໃນ​ແມ່ນ​ສຸມ​ ໃສ່​ມູນເຊື້ອ​ກອງທັບ​ປະຊາຊົນ​ຫວຽດນາມ, ທະຫານ​ເຂດ 4, ກົມ​ກອງ ແລະ ທ້ອງຖິ່ນ; ພ້ອມ​ທັງ​ເຜີຍແຜ່​ກົດໝາຍ ວ່າ​ດ້ວຍ​ພັນທະ​ການ​ທະຫານ, ກົດໝາຍ ວ່າ​ດ້ວຍ​ກຳລັງ​ສຳຮອງ, ກົດໝາຍ ວ່າ​ດ້ວຍ​ການ​ຈາລະ​ຈອນ​ທາງບົກ, ຂົນຂວາຍ​ປະຊາຊົນ​ເຂົ້າ​ຮ່ວມ​ກໍ່ ສ້າງ​ຊົນນະບົດ​ໃໝ່, ຮັກສາ​ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ. ໃນ​ໄລຍະ​ຜ່ານ​ມາ, ກອງ​ພົນ​ນ້ອຍ ໄດ້​ສົມທົບ​ຈັດ​ຕັ້ງ​ການ​ໂຄສະນາ​ໄດ້ 14 ຄັ້ງ ມີ​ປະຊາຊົນ​ເຂົ້າ​ຮ່ວມ​ດ້ວຍ​ຈຳນວນ 4.100 ເທື່ອ​ຄົນ, ໃນ​ນັ້ນ​ມີ​ຫຼາຍ​ຄັ້ງ ໄດ້​ດຳເນີນ​ການ​ໂຄສະນາ​ແບບ​ເຄື່ອນ​ທີ່ຢູ່​ຮາກ​ຖານ. ການ​ໂຄສະ ນາ​ຄັ້ງ​ຕ່າງໆ ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ປະຊາຊົນ​ຍົກ​ສູງ​ຄວາມ​ຮັບ​ຮູ້ ກ່ຽວ​ກັບ​ກົດໝາຍ​ເທົ່າ​ນັ້ນ ຫາກ​ຍັງ​ກາຍເປັນ​ກາລະ​ໂອກາດ ເພື່ອ​ສະໜິດ​ຕິດ​ພັນ​ນ້ຳໃຈ​ລະຫວ່າງ​ທະຫານ ແລະ ປະຊາຊົນ. ຮູບ​ພາບ​ພະນັກງານ, ນັກຮົບ​ອະທິບາຍ, ແນະນຳ​ປະຊາຊົນ​ປະຕິບັດ​ຕາມ​ຂໍ້​ກຳນົດ​ຂອງ​ລັດ ໄດ້​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ໝູ່​ປະຊາຊົນ. ໄປ​ຄຽງ​ຄູ່​ກັບ​ວຽກ​ງານ​ໂຄສະ ນາ, ກອງ​ພົນ​ນ້ອຍ​ລົດຕັງ​ຍານ ເກາະ 206 ຍັງ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ທ້ອງຖິ່ນ​ເຂົ້າ​ຮ່ວມ​ກໍ່ສ້າງ​ລະບົບ​ການເມືອງ​ຮາກ​ຖານ. ກົມ​ກອງ​ຍັງ​ເປັນ​ເສນາ​ທິ​ການ, ສົມທົບ​ກັນ​ປະຕິບັດ​ວຽກ​ງານ​ຄັດ​ເລືອກ​ທະຫານ ເປັນ​ປະຈຳ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ມອບ-ຮັບ​ທະຫານ​ໃໝ່; ພ້ອມ​ທັງ​ເອົາ ໃຈ​ໃສ່​ບຳ ລຸງ​ສ້າງ, ສ້າງ​ແຫຼ່ງ​ຂະຫຍາຍ​ສະມາຊິກ​ພັກ​ຈາກ​ຊາວ​ໜຸ່ມ​ຜູ້​ທີ່​ດີເດັ່ນ ກ່ອນ​ທີ່​ຈະ​ເຂົ້າ​ເປັນ​ທະຫານ ແລະ ສຳ ເລັດ​ການ​ເປັນ​ທະຫານ​ພັນທະ ກັບ​ຄືນ​ທ້ອງຖິ່ນ. ເພື່ອ​ໃຫ້​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ບັນລຸ​ປະ​ສິດທິ​ຜົນ​ຢ່າງ​ແທດ​ຈິງ, ຄະນະ​ພັກ, ຄະນະ​ບັນຊາ ກອງ​ພົນ​ນ້ອຍ ໄດ້​ເອົາ ໃຈໃສ່​ເປັນ​ພິເສດ​ຕໍ່​ການ​ຍົກ​ລະ ດັບ, ບຳລຸງ​ຄວາມ​ຮູ້, ທັກ​ສະໃຫ້​ ແກ່​ຖັນ​ແຖວ​ພະນັກງານ, ນັກ ຮົບ​ປະຕິບັດ​ໜ້າທີ່​ໂດຍ​ກົງ. ເນື້ອ​ໃນ​ກ່ຽວ​ກັບ​ວຽກ​ງານ​ຊົນເຜົ່າ, ສາສະໜາ, ທັກ​ສະ​ໂຄສະນາ, ຂົນຂວາຍ​ມະຫາຊົນແມ່ນ​ໄດ້​ຊາບ​ຊຶມ​ຢ່າງ​ເປັນ​ປະຈຳ​ໃນກອງ ​ປະຊຸມ, ການ​ດຳເນີນ​ຊີວິດ​ການ ເມືອງ. ກ່ອນ​ທີ່​ຈະ​ຜັນ​ຂະຫຍາຍ​ແຜນ​ງານ, ທາງ​ກົມ​ກອງ​ໄດ້​ຈັດ​ຕັ້ງ​ການ​ບຳລຸງ​ຄວາມ​ຮູ້​ກ່ຽວ ກັບ​ຊົນເຜົ່າ, ສາສະໜາ​ໃຫ້​ແກ່​ພະນັກງານ, ນັກຮົບ​ຈຳນວນ 82 ຄົນ ທີ່​ເຂົ້າ​ຮ່ວມ​ໜ່ວຍ​ປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ທ່າ ພັນ​ເອກ ເຈິ່ນ​ງອກ​ທາວ ຮອງ​ຫົວໜ້າ​ການເມືອງ ກອງ​ພົນ​ນ້ອຍ​ລົດ​ຕັງ​ຍານ​ເກາະ 206 ໃຫ້​ຮູ້​ວ່າ, “ຄະນະ​ພັກ, ຄະນະ​ບັນຊາ​ກອງ​ພົນ​ນ້ອຍ ຍາມ​ໃດ​ກໍ​ກຳນົດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ແມ່ນ​ໜ້າທີ່​ການເມືອງ​ສຳຄັນ, ປະກອບສ່ວນ​ສ້າງ​ບໍລິເວນ​ໃຫ້​ມີ​ຄວາມ​ປອດ​ໄພ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ, ລັດ ແລະ ກອງທັບ. ພະນັກງານ, ນັກຮົບ​ແຕ່ລະຄົນ ເມື່ອ​ລົງ​ບໍລິເວນ​ຕ້ອງ​ເສີມ​ຂະ ຫຍາຍ​ຄວາມ​ຮັບຜິດຊອບ, ໃກ້ ຊິດຕິດ​ແທດ​ກັບ​ປະຊາຊົນ, ເຂົ້າ ໃຈ​ປະຊາຊົນ, ຊ່ວຍ​ປະຊາຊົນ​ດ້ວຍ​ໜ້າ​ວຽກ​ທີ່​ແທດ​ຈິງ”. ຈາກ​ການ​ກະກຽມ​ຢ່າງ​ຮອບ​ຄອບ​ຖີ່​ຖ້ວນ, ພະນັກງານ-ນັກ ຮົບເມື່ອ​ລົງ​ຮາກ​ຖານ​ໄດ້​ເສີມ ຂະຫຍາຍ​ບົດບາດ “ຂົວ​ຕໍ່” ລະ ຫວ່າງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ກັບ​ປະຊາຊົນເປັນ​ຢ່າງ​ດີ. ນັກຮົບ​ໜຸ່ມ​ຫຼາຍ​ຄົນ​ເຖິງ​ວ່າ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ເຮັດ​ວຽກງານ​ ຂົນຂວາຍ​ປະຊາຊົນ​ກໍ​ຕາມ ແຕ່​ດ້ວຍ​ຄວາມ​ຈິງ​ໃຈ, ຄວາມ​ຮັບ ຜິດຊອບ​ກໍ​ສາມາດ​ສ້າງ​ນ້ຳໃຈອັນ​ ດີງາມ​ກັບ​ພໍ່​ແມ່​ປະຊາຊົນ​ໄດ້. ຈຸດ​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ກອງ​ພົນ​ນ້ອຍ​ລົດ​ຕັງ​ຍານ​ເກາະ 206 ແມ່ນ​ການ​ກໍ່ສ້າງ ແລະ ຮັກສາ​ຫຼາຍ​ຮູບ​ແບບ​ທີ່​ແທດ​ຈິງ ເພື່ອ​ມຸ່ງ​ໄປ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ພົ້ນ​ເດັ່ນ​ແມ່ນ​ຮູບ​ແບບ “ເສັ້ນທາງ​ດອກ​ໄມ້​ສີຂຽວ, ສະອາດ, ສວຍ​ງາມ ແລະ ແຈ້ງ​ສະຫວ່າງ​ໃນ​ໝູ່​ບ້ານ”. ເສັ້ນທາງ​ຕ່າງໆ​ມີ​ຄວາມ​ສະ ອາດ, ສວຍ​ງາມ ແລະ ກວ້າງຂວາງ​ກວ່າ​ເກົ່າ ຊ່ວຍ​ໃຫ້​ປະຊາຊົນ​ເດີນທາງ​ໄປ​ມາ​ສະດວກ, ສະພາບ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ໄດ້​ຮັບປະກັນ​ດີ​ກວ່າ. ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຊົນນະບົດ​ປ່ຽນແປງ​ໂສມ​ໜ້າ, ຮູບ​ແບບ​ດັ່ງກ່າວ​ຍັງ​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ໃນ​ການ​ຮັກສາ​ສຸ​ຂະ​ອະນາໄມ​ສິ່ງ​ແວດລ້ອມ, ສ້າງ​ຊີວິດ​ວັດທະນະ ທຳ​ຢູ່​ເຂດ​ຊຸມ​ຊົນ​ອີກ​ດ້ວຍ. ສະຫາຍ ຫງວ​​ຽນ​ຮຸ່ງ​ເກື່ອງ ປະທານ​ຄະນະ​ກຳມະການປະຊາ ຊົນ​ຕາແສງ ເຫງ້ຍ​ເລິມ ຕີ​ລາຄາ​ວ່າ, “ບັນດາ​ການເຄື່ອນໄຫວຂົນ ຂວາຍ​ປະຊາຊົນ​ຂອງ​ກອງ​ພົນ​ນ້ອຍ​ລົດ​ຕັງ​ຍານ​ເກາະ 206 ໄດ້​ນຳ​ມາ​ ເຊິ່ງ​ປະ​ສິດທິ​ຜົນ​ທີ່​ແທດ​ຈິງ, ປະກອບສ່ວນເຮັດໃຫ້​ ຊົນນະບົດ​ປ່ຽນແປງ​ໂສມໜ້າ, ປັບປຸງ​ນ້ຳໃຈ​ສາມັກຄີລະຫວ່າງ​ທະຫານ ແລະ​ ປະຊາຊົນ. ພະນັກ ງານ, ນັກຮົບ​ກົມກອງຍາມໃດ​ ກໍ​ມີ​ຄວາມ​ຮັບຜິດຊອບ, ໃກ້ຊິດ ຕິດແທດ​ກັບ​ປະຊາຊົນ, ໜູນ​ຊ່ວຍ​ທ້ອງຖິ່ນ​ໃນ​ຫຼາຍ​ໜ້າທີ່”. ການເຄື່ອນໄຫວ​ວຽກ​ງານ​ຂົນຂວາຍ​ປະຊາຊົນ ໄດ້​ສະແດງ​ອອກ​ຜ່ານ​ແຕ່​ລະ​ໜ້າ​ວຽກ​ລະ ອຽດ, ພະນັກງານ, ນັກຮົບ​ກອງ​ພົນ​ນ້ອຍ​ລົດ​ຕັງ​ຍານ​ເກາະ 206 ບໍ່​ພຽງ​ແຕ່​ປະກອບສ່ວນ​ຊ່ວຍ​ປະຊາຊົນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ເທົ່າ​ນັ້ນ ຫາກ​ຍັງ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ, ລັດ ແລະ ກອງທັບ ອີກ​ດ້ວຍ; ຜ່ານ​ນັ້ນ​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ດີງາມ​ລະຫວ່າງ​ກົມ​ກອງ​ກັບ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງຖິ່ນ, ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ທະຫານ ແລະ ປະຊາຊົນ​ຢ່າງ​ແທ້​ຈິງ; ປະຕິບັດ​ທະຫານ​ກັບ​ປະຊາຊົນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ເຮັດ​ພາລະ​ບົດບາດ​ເປັນ​ກອງ​ທະຫານ​ປະຕິບັດ​ງານ​ເປັນ​ຢ່າງ​ດີ, ຮັກສາ ແລະ ເສີມ​ສ້າງ​ຮູບ​ພາບ​ທະຫານ​ລຸງ​ໂຮ່ ໄວ້​ໃນ​ໃຈ​ປະຊາຊົນຕະຫຼອດເວລາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ